ກອງປະຊຸມສະພາແ່ຫງຊາດ |
(vovworld)- ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມປີ 2015 ທີ່ການເຮັດວຽກເມື່ອຕອນບ່າຍວັນທີ 10/11 ໃນຂອບເຂດກອງປະຊຸມສະພາແຫ່ງຊາດຊຸດທີ 13 ນັ້ນ, 89,54% ສ.ສ.ຊ ໄດ້ເຫັນດີໃນປີ 2015, ຫວຽດນາມສູ້ຊົນບັນລຸລະດັບເຕີບໂຕສູງກວ່າປີ 2014. ຕາມນັ້ນແລ້ວ, GDP ເພີ່ມຂຶ້ນ 6,2%, ລະດັບເພີ່ມລາຄາໃຊ້ສອຍ CPI ປະມານ 5%; ອັດຕາຄອບຄົວທຸກຍາກຫຼຸດລົງ 1,7% - 2%, ສາມາດສ້າງວຽກເຮັດງານທຳໃຫ້ແກ່ຄົນງານປະມານ 1,6 ຄົນ. ກ່ຽວກັບໜ້າທີ່ການຕ່າງປະເທດ, ທ່ານຮອງຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫງວຽນວັນຟຸກ ຊີ້ແຈ້ງວ່າ :
“ ປະຕິບັດບັນດາຄຳໝັ້ນສັນຍາສາກົນຊຶ່ງຫວຽດນາມເປັນປະເທດສະມາຊິກຢ່າງມີປະສິດທິຜົນ, ຕັ້ງໜ້າເຈລະຈາ, ເຊັນບັນດາສັນຍາການຄ້າເສລີ 2 ຝ່າຍ, ຫຼາຍຝ່າຍ, ສ້າງປະຊາຄົມອາຊຽນໃນປີ 2015; ພ້ອມກັນນັ້ນ ກໍຍູ້ແຮງດ້ານຖະແຫຼງຂ່າວ, ສື່ສານ, ໜູນຊ່ວຍວິສາຫະກິດເປັນເຈົ້າການກວ່າໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ກະກຽມບັນດາເງື່ອນໄຂເພື່ອຈັດກອງປະຊຸມ IPU 132 ຢູ່ຮ່າໂນ້ຍຢ່າງສຳເລັດຜົນ; ສືບຕໍ່ປັບປຸງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການສົນທະນາ, ຮ່ວມມືກັບບັນດາຄູຮ່ວມມື, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດດ້ວຍບັນດາມາດຕະການທີ່ສອດຄ່ອງກັບກົດໝາຍສາກົນ”.
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຮ່າງກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບຸຍກວາງວິງ ໃຫ້ຮູ້ວ່າ :
“ ສິ່ງທີ່ໃໝ່ສຸດໃນ ຮ່າງກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ ເທື່ອນີ້ ແມ່ນໄດ້ຮັບການຕີລາຄາສູງຢູ່ບ່ອນວ່າ : ສາມາດປ່ຽນແປງວິທີສຳພັດເມືຶ່ອສ້າງກົດໝາຍ. ກ່ອນໜ້ານັ້ນ. ນີ້ແມ່ນການປ່ຽນແປງຢ່າງແຂງແຮງຂອງລັດຖະບານ ແລະ ສະພາແຫ່ງຊາດ. ທີ 2 ແມ່ນສະແດງໃຫ້ເຫັນການອາລັກຂາແກ່ການລົງທຶນທີ່ມີຕໍ່ວິສາຫະກິດ. ທີ 3 ແມ່ນໄດ້ລົບລ້າງທຸກລະບຽບການຈົດທະບຽນອອກໜັງສືຢັ້ງຢືນລົງທຶນສຳລັບບັນດາໂຄງການລົງທຶນຢູ່ພາຍໃນປະເທດ. ສະເພາະນັກລົງທຶນຕ່າງປະເທດ, ພາຍຫຼັງໄດ້ຮັບໜັງສືຢັ້ງຢືນລົງທຶນ, ເຂົາເຈົ້າຈະມີສິດຜົນປະໂຫຍດຢ່າງສະເໝີພາບຄືນັກລົງທຶນພາຍໃນປະເທດ ”.