ສະພາແຫ່ງຊາດແຟງລັງ ໃຫ້ສັດຕະຍາບັນທ່ານນາງ Sanna Marin ເປັນນາຍົກລັດຖະມົນຕີ
(VOVWORLD) - ດ້ວຍຈໍານວນເຫັນດີ 99 ບັດ ແລະ ບັດຄ້ານ 70 ບັດ, ວັນທີ 10 ທັນວາ, ສະພາແຫ່ງຊາດແຟງລັງ ໄດ້ໃຫ້ສັດຕະຍາບັນເລື່ອງແຕ່ງຕັ້ງທ່ານນາງ Sanna Marin, ອາຍຸ 34 ປີ ດໍາລົງຕໍ່າແໜ່ງເປັນນາຍົກລັດຖະມົນຕີ ເຊິ່ງເປັນນາຍົກລັດຖະມົນຕີຜູ້ໜຸ່ມທີ່ສຸດໃນໂລກ.
ທ່ານນາງ Sanna Marin (ພາບ: THX/TTXVN) |
ກ່ອນໜ້ານັ້ນ, ວັນທີ 8 ທັນວາ, ພັກສັງຄົມປະຊາທິປະໄຕ, ພັກຝ່າຍການເມືອງນໍາພາອໍານາດການປົກຄອງ ສະຫະພັນ ພັກຝ່າຍຊ້າຍ 5 ຝ່າຍຢູ່ ແຟງລັງ ໄດ້ເລືອກຕັ້ງທ່ານນາງລັດຖະມົນຕີກະຊວງຄົມມະນາຄົມ Sanna Marin ເປັນນາຍົກລັດຖະມົນຕີຂອງປະເທດນີ້ ເພື່ອແທນໃຫ້ທ່ານນາຍົກລັດຖະມົນຕີ Antti Rinne ທີ່ຫາກໍປະກາດລາອອກຈາກຕໍ່າແໜ່ງ. ກ່າວຄໍາເຫັນພາຍຫຼັງຍາດໄດ້ຊະນະໃນການເລືອກຕັ້ງ, ທ່ານນາງ Sanna Marin ໃຫ້ຮູ້ວ່າ ໜ້າທີ່ໃນຕໍ່ໜ້າຂອງທ່ານນາງ ແມ່ນກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ລັດຖະບານ.
ຕາມແຜນການ, ພິທີສາບານຕົວຮັບດໍາລົງຕໍ່າແໜ່ງຂອງທ່ານນາງ Sanna Marin ຢູ່ ສະພາແຫ່ງຊາດ ຈະດໍາເນີນຢ່າງເປັນທາງການໃນວັນທີ 10 ທັນວາ.