(vovworld) - ສະມັດຊາໃຫຍ່ສະຫະປະຊາຊາດຫາກໍ່ຈັດຕັ້ງກອງປະຊຸມພິເສດ, ຮຽກຮ້ອງໃຫ້ຢຸດຕິການທົດລອງນິວເຄຼຍ ເນື່ອງໃນໂອກາດລະນຶກວັນຕ້ານການທົດລອງນິວເຄຼຍໂລກຄົບຮອບ 3 ປີ ແລະ ຢືນຢັນວ່າ ນີ້ແມ່ນມາດຕະການທີ່ເປັນກຸນແຈ ເພື່ອໃຫ້ໂລກປອດໄພກວ່າ. ໃນສານທີ່ສົງເຖິງສະມັດຊາໃຫຍ່ສະຫະປະຊາຊາດ ທ່ານ Banki moon ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ໃສ່ໃຈວ່າ ບັນດາການທົດລອງນິວເຄຼຍ ແມ່ນໄພນາບຂູ່ຕໍ່ສຸຂະພາບຂອງມະນຸດ ແລະ ສະຖຽນລະພາບທົ່ວໂລກ. ທ່ານ Banki moon ໄດ້ເລັ່ງລັດບັນດາປະເທດສະມາຊິກຮີບເຮັ່ງລົງນາມ ແລະ ໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍຮອບດ້ານ, ເພື່ອແນໃສ່ສ້າງຄຳສັ່ງຫ້າມຖາວອນ ໃນຂອບເຂດທົ່ວໂລກ, ມີການກວດສອບສຳລັບທຸກຮູບການທົດລອງອາວຸດນິວເຄຼຍ. ກ່າວຄຳເຫັນນະພິທີ, ທ່ານປະທານສະມັດຊາໃຫຍ່ Nassir Abdulaziz Al Naser ຢືນຢັນວ່າ ຍັງມີຫຼາຍວຽກຕ້ອງເຮັດເພື່ອເຮັດໃຫ້ສົນທິສັນຍາມີຜົນສັກສິດ, ພ້ອມທັງຖືວ່າ ສິ່ງກີດຂີດຂວາງໃຫຍ່ສຸດແມ່ນບໍ່ສະເພາະແຕ່ບັນຫາການເງິນ ຫຼື ວິທະຍາສາດ ເທ່ົານັ້ນ, ຫາກຍັງແມ່ນ “ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ບົດບາດນຳພາຢ່າງແທດຈິງ” ຂອງບັນດາປະເທດສະມາຊິກ.
ສະຫະປະຊາຊາດ ໄດ້ເລືອກວັນທີ 8/9 ທຸກປີ ແມ່ນວັນສາກົນຢຸດຕິການທົດລອງນິວເຄຼຍ ເພື່ອຮັບຮູ້ຈຸດເວລາອັດບັນດາສະຖານທີ່ທົດລອງອາວຸດນິເຄຼີຍໃຫຍ່ທີ່ສຸດຂອງໂລກໃນປີ 1991 - ເຂດ Semipalatinsk, ທີ່ຂຶ້ນກັບທິດຕາເວັນອອກຂອງພາກເໜືອ ກາຣັກສະຖານ.