(vovworld) - ຕອນເຊົ້າວັນທີ 26/04, ຢູ່ຮ່າໂນ້ຍ, ສະມັດຊາໃຫຍ່ IPU 132 ໄດ້ຈັດກອງປະຊຸມຄົບຄະນະ, ພາຍໃຕ້ການເປັນປະທານຂອງທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ, ຮອງຫົວໜ້າຄະນະຊີ້ນຳ, ຫົວໜ້າຄະນະຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU 132), ເພື່ອແນໃສ່ກວດກາຄວາມຄືບໜ້າ ແລະ ໝາກຜົນວຽກງານ, ພ້ອມທັງສຳເລັດກົນໄກຈັດຕັ້ງ ແລະ ວາງໜ້າທີ່ໃນໄລຍະຈະມາເຖິງ.
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ໄດ້ຕັກເຕືອນບັນດາອົງການທີ່ມີໜ້າທີ່ ຕ້ອງກະກຽມບັນດາເນື້ອໃນທີ່ໄດ້ຮັບມອບໝາຍເປັນຢ່າງດີ ເພື່ອສຳເລັດ “ແຜນສັງລວມກະກຽມ ແລະ ຈັດຕັ້ງ IPU 132 ຢູ່ຮ່າໂນ້ຍ”. ທ່ານນາງຮອງປະທານສະພາແຫ່ງຊາດ ກໍ່ສະເໜີອະນຸກຳມະການຄະນະເລຂາ IPU 132 ແລະ ບັນດາອະນຸກຳມະຫານກ່ຽວຂ້ອງເຖິງການສ້າງເນື້ອໃນຝຶກອົບຮົມໃນເດືອນ 06 ໃຫ້ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ IPU 132. ອະນຸກຳມະຫານຖະແຫຼງຂ່າວ - ໂຄສະນາ ຕ້ອງສຳເລັດບັນດາຄວາມຮຽກຮ້ອງດ້ານພື້ນຖານໂຄງລ່າງ, ແວບໄຊໂດຍໄວ, ສົມທົບກັບບັນດາອະນຸກຳມະຫານຈັດຕັ້ງອື່ນ ເພື່ອມີຂໍ້ມູນອັບເດັດໃນແວບໄຊທາງການຂອງ IPU ຕາມຄວາມຮຽກຮ້ອງຕ້ອງການໃນຂໍ້ຕົກລົງຈັດຕັ້ງ IPU 132.