(VOVWORLD) -ວັນທີ 24 ມີນາ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ລັດເຊຍ ຢຸດຕິການກະທຳດ້ານການທະຫານຢູ່ຢູແກຼນ.
ນະຄອນຫຼວງ Kiev, ຢູແກຼນ ໃນວັນທີ 24 ມີນາ (ພາບ: Ukraine News) |
ດ້ວຍບັດສະໜັບສະໜູນ 140 ບັດ, ບັດຄ້ານ 5 ບັດ ແລະ ບັດຂາວ 38 ບັດ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິໂດຍ ອາເມລິກາ ແລະ ປະມານ 20 ປະເທດສະມາຊິກ ຮຽກຮ້ອງໃຫ້ລັດເຊຍ ຈົ່ງຢຸດຕິການກະທຳດ້ານການທະຫານຢູ່ຢູແກຼນ. ມະຕິຮຽກຮ້ອງໃຫ້ລັດເຊຍ ຕ້ອງປົກປ້ອງສາມັນຊົນ, ພະນັກງານການແພດ, ພາລະກອນໜູນຊ່ວຍດ້ານມະນຸດສະທຳ, ນັກຂ່າວ, ໂຮງໝໍ ແລະ ບັນດາຮາກຖານພົນລະເຮືອນ. ມະຕິກໍ່ຮຽກຮ້ອງໃຫ້ບັນດາກຳລັງລັດເຊຍ ຈົ່ງຢຸດຕິການປິດລ້ອມບັນດານະຄອນ, ລະອຽດ ແມ່ນ Mariupol.
ນີ້ເປັນຄັ້ງທີ 2 ທີ່ສະມັດຊາໃຫຍ່ ສປຊ ດ້ວຍປະເທດສະມາຊິກ 193 ປະເທດ ໄດ້ປ່ອນບັດຮັບຮອງເອົາມະຕິຄັດຄ້ານບັ້ນຮົບການທະຫານຂອງລັດເຊຍ ຢູ່ ຢູແກຼນ.
ບັນດາມະຕິຂອງສະມັດຊາໃຫຍ່ ສປຊ ບໍ່ໄດ້ຜູກມັດດ້ານນິຕິກຳ ແຕ່ຈະເນັ້ນໄປທາງດ້ານການເມືອງ.