ງານພົບປະສັງສັນເນື່ອງໃນໂອກາດບຸນເຕັດປີລະກາ 2017
(ພາບ: TTXVN)
(vovworld) – ຕອນຄ່ຳວັນທີ 01/02 ຢູ່ນະຄອນຫລວງ ວຽງຈັນ (ລາວ), ສະໂມສອນສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດບຸນເຕັດປີລະກາ 2017. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮູງ ອວຍພອນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ ຍາມໃດກໍ່ມີຄວາມສາມັກຄີ, ສະໜິດຕິດພັນ, ສ້າງປະຊາຄົມຊາວ ຫວຽດນາມ ຢູ່ແຂວງ ຊຽງຂວາງ ໃຫ້ກໍ່ໝັ້ນຄົງເຂັ້ມແຂງທຸກດ້ານ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງປະເທດ ລາວ ອ້າຍນ້ອງ. ທ່ານ ຄຳຈັນ ສີພັນທອງ ປະທານສະໂມສອນສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ ເນັ້ນໜັກວ່າ: ປະຊາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ ຈະເປັນຂົວຕອນໜຶ່ງຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ເພື່ອເຊື່ອມຕໍ່ນ້ຳໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ໃນໂອກາດບຸນເຕັດປະຈຳຊາດປີໃດ, ສະໂມສອນສະມາຄົມຊາວ ຫວຽດນາມ ອາໄສຢູ່ແຂວງ ຊຽງຂວາງ ກໍ່ຈັດຕັ້ງງານພົບປະສັງສັນຍາມລະດູບານໃໝ່, ເພື່ອແນໃສ່ຮັກສາຮີດຄອງປະເພນີ ແລະ ຄວາມງາມທີ່ເປັນມູນເຊື້ອຂອງວັດທະນະທຳ ຫວຽດນາມ, ສະແດງໃຫ້ເຫັນຄວາມສະໜິດຕິດພັນໃນສະມາຄົມ.