ສະມາຄົມນັກສຶກສາ ຫວຽດນາມ ຢູ່ ຝະລັ່ງ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 7
ສະມາຄົມນັກສຶກສາ ຫວຽດນາມ ຢູ່ ຝະລັ່ງ
ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 7
(ພາບອິນເຕີແນັດ)
(vovworld) - ວັນທີ 15/04, ທີ່ສຳນັກງາສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ ຝະລັ່ງ (UEVF) ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 7.ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນງ້ອກເຊີນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ໄດ້ຫວນຄືນໄລຍະທາງແຫ່ງການສ້າງສາ ແລະ ພັດທະນາຂອງ UEVF ໃນ 13 ປີຜ່ານມາ, ຕາມນັ້ນແລ້ວ ນັບແຕ່ວັນໄດ້ຮັບການສ້າງຕັ້ງ (26/04/2004), UEVF ຂະຫຍາຍໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ, ເປີດກ້ວາງຕາໜ່າງຢູ່ຫລາຍນະຄອນ, ກາຍເປັນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງນັກຮຽນ, ນັກສຶກສາ ຫວຽດນາມ ເມື່ອມາຮ່ຳຮຽນຢູ່ ຝະລັ່ງ. ທ່ານເອກອັກຄະລັດຖະທູດ ຫງວຽນງ້ອກເຊີນ ສະເໜີບັນດາເພື່ອນໜຸ່ມສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ເຂົ້າຮ່ວມໃນບັນດາການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນຢ່າງຕັ້ງໜ້າ, ເພີ່ມທະວີການຜູກພັນລະຫວ່າງຄະນະຊີ້ນຳນຳພາຢູ່ Paris ກັບບັນດາສາຂາຢູ່ທ້ອງຖິ່ນ.