ງານບຸນ ກວ໋າງຈຽວ
|
(vovworld)- ຕອນຄ່ຳວັນທີ 1/5, ຢູ່ສວນສາທາລະນະ ເທືອງບາກ ນະຄອນ ເຫ້ວ ໄດ້ດຳເນີນງານບຸນ ກວ໋າງຈຽວ ໂດຍສະພາບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ ແຂວງ ເທື່ອທຽນເຫ້ວ ໄດ້ສົມທົບກັບຄະນະຈັດຕັ້ງ Festival ເຫ້ວ 2016 ປະຕິບັດເປັນຄັ້ງທຳອິດ. ງານບຸນໄດ້ດຶງດູດການເຂົ້າຮ່ວມປະຊາຊົນທຸກຊັ້ນວັນນະ ແລະ ນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ງານບຸນດັ່ງກ່າວແມ່ນການເຕົ້າໂຮມຄວາມມຸ່ງມາດປາດຖະຫນາດຂອງບັນດາພະສົງສຳມະເນັນ, ສາສະນິກະຊົນ ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ໂລກສັນຕິພາບ.