(vovworld) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ ຄັ້ງທີ 9, ເຊິ່ງຈັດຂຶ້ນໃນຕອນຄໍ່າວັນທີ 14 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໂດຍສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ຈັດຕັ້ງ, ທ່ານ ຈິ້ງຊວນກວາງ, ເລຂາທິການໃຫຍ່ຂອງສະມາຄົມໃຫ້ຮູ້ວ່າ, ປະຈຸບັນ ສະມາຄົມວິສາຫະກິດຫວຽດນາມ ຮ່ວມມືລົງທຶນຢູ່ລາວ ມີເກືອບ 200 ສະມາຊິກ ເຊິ່ງໄດ້ດຳເນີນທຸລະກິດໃນຫຼາຍຂົງເຂດ. ມາຮອດປະຈຸບັນ, ບັນດາວິສາຫະກິດໄດ້ມີ 435 ໂຄງການລົງທຶນຢູ່ລາວ, ດ້ວຍຍອດຈຳນວນທຶນ 5,2 ຕື້ USD, ນອນໃນກຸ່ມນຳໜ້າ 53 ປະເທດ ແລະ ເຂດແຂວນລົງທຶນຢູ່ລາວ. ແຕ່ລະປີ, ບັນດາວິສາຫະກິດສະມາຊິກຂອງສະມາຄົມປະກອບເງິນເຂົ້າງົບປະມານຂອງລາວ ນັບພັນຕື້ກີບ.
ເນື່ອງໃນໂອກາດນີ້, ຜູ້ຕາງໜ້າກະຊວງການເງິນລາວ ໄດ້ມອບໃບຍ້ອງຍໍນັບຮ້ອຍໃບໃຫ້ບັນດາບຸກຄົນ ແລະ ວິສາຫະກິດ ທີ່ປະຕິບັດພັນທະເສຍພາສີ ກໍ່ຄືວຽກງານຮັບປະກັນຊີວິດສັງຄົມໃຫ້ແກ່ສຳລັບປະຊາຊົນລາວ ເປັນຢ່າງດີ, ພິເສດໜູນຊ່ວຍຜູ້ທຸກຍາກ, ສະໜັບສະໜູນປະຊາຊົນແກ້ໄຂພົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມ.