ພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສາສະໜາ
ກາວດາຍ ຢູ່ຮ່າໂນ້ຍປີ 2015
(ພາບ: daidoanket.vn)
(vovworld) – ວັນທີ 28/03, ຢູ່ໂບດ ເຈົາມີງ, ສະມາຄົມສາສະໜາກາວດາຍ ຕຽນທຽນ, ຕາແສງ ຕຽນທູຍ, ເມືອງ ເຈົາແທ່ງ ແຂວງ ເບ໋ນແຈ, ສະມາຄົມສາສະໜາ ແລະ ສາສະໜາ ກາວດາຍ ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງສາສະໜາ ກາວດາຍ (1926 - 2016). ກ່າວຄຳເຫັນນະທີ່ນີ້, ທ່ານ ເຈີ່ນຕ໋ວນຮຸ່ງ, ຮອງຫົວໜ້າຄະນະສາສະໜາລັດຖະບານ, ເຊື່ອໝັ້ນວ່າ ດ້ວຍມູນເຊື້ອສາມັກຄີ, ບັນດາສະມາຄົມສາສະໜາ ແລະ ສາສະໜາກາວດາຍ ຈະບັນລຸໄດ້ຜົນງານອັນດີງາມຫລາຍຢ່າງກ່ວາອີກ, ປະກອບສ່ວນພ້ອມກັບປະຊາຊົນທົ່ວປະເທດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ. ກ່ອນນີ້ 90 ປີ, ສາສະໜາ ກາວດາຍ ຈັດຕັ້ງພິທີສ້າງຕັ້ງສາສະໜາຢູ່ວັດ ກໍ່ແກ໋ນ ແຂວງ ໄຕນີງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນພາກໃຕ້ສ່ວນໜຶ່ງ. ປະຈຸບັນ, ສາສະໜາກາວດາຍມີສາສະນິກກະຊົນພາຍໃນປະເທດປະມານ 2,5 ລ້ານຄົນ ແລະ ສາສະນິກຫະຊົນພວມດຳລົງຊີວິດຢູ່ຕ່າງປະເທດປະມານ 30.000 ຄົນ.