ສະມາຄົມເຊັກໂກ-ຫວຽດນາກ່າວປະນາມຕໍ່ການເສກສັນປັ້ນແຕ່ງກ່ຽວກັບຫວຽດນາມ

ສະມາຄົມເຊັກໂກ-ຫວຽດນາກ່າວປະນາມຕໍ່ການເສກສັນປັ້ນແຕ່ງກ່ຽວກັບຫວຽດນາມ - ảnh 1
(ພາບ​ປະ​ກອບ: vietnamplus.vn)

(vovworld) - ​ວັນ​ທີ 04/12, ທ່ານ​ Marcel Winter, ປະ​ທານ​ສະ​ມາ​ຄົມ​ເຊັກ​ໂກ - ຫວຽດ​ນາມ ໄດ້​ກ່າວ​ປະ​ນາມ​ຕໍ່​​​ການເສກ​ສັນ​ປັ້ນ​ແຕ່ງ​ຂອງ​ເຈົ້າ​ໜ້າ​ທີ່​ສ.ເຊັກ​ໂກ ທີ່ກ່ຽວ​ຂ້ອງ​ເຖິງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເຊັກ​ໂກ. ໃນ​​ເວັບ​ໄຊ​ຂອງ​ສະ​ມາ​ຄົມເຊັກ​ໂກ-ຫວຽດ​ນາມ ແລະ ໃນ​ຈົດ​ໝາຍ​ຝາກ​​ເຖິງ​ໜັງ​ສື​ພິມ​ຕ່າງໆຢູ່​ເຊັກ​ໂກ, ທ່ານ Marcel Winter ໄດ້​ປະ​ຕິ​ເສດ​ທັດ​ສະ​ນະ​ຜິດ​ພາດ​ຂອງ​ທ່ານ Josef Stredula, ປະ​ທານ​ສະ​ຫະ​ພັນ​ກຳ​ມະ​​ບານ​ເຊັກ​ໂກ ແລະ ມາ​ຣາ​ວາ (CMKOS), ເມື່ອກ່າວ​​ຄຳ​ເຫັນທາງ​ໂທ​ລະ​ພາບ CT24 ຂອງ​ປະ​ເທດ​ນີ້​ໄດ້ເວົ້າ​ວ່າ, ຊາວ​ຫວຽດ​ນາມ ໄປ​ເຊັກ​ໂກ ແລະ ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ເຊັກ​ໂກ ໃນ​ໄລ​ຍະ 2007 – 2009 “ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ລະ​ເມີດ​ກົດ​ໝາຍ”. ທ່ານ Marcel Winter ຢືນ​ຢັນ​ວ່າ, ຄຳ​ເຫັນ​ຂອງ​ທ່ານ​ປະ​ທານ CMKOS ແມ່ນ​ຄຳຕ່​ູ​ຫາ​ ແລະ ​ການ​ເສກ​ສັນ​ປັ້ນ​ແຕ່ງ​ດັ່ງ​ກ່າວ​ໄດ້​ລະ​ເມີດ​ເຖິງກຽດ​ສັກ​ສີ​ຂອງ​ຊາວ​ຫວຽດ​ນາມກວ່າ 15.000 ຄົນ​ ທີ່​ພວມ​ເຮັດ​ວຽກ​ຢ່າ​ງ​ຖືກ​ຕ້ອງ​ຕ​າມ​ກົດ​ໝາຍ​ຢູ່​ສ.ເຊັກ​ໂກ ໃນ​ໄລ​ຍະ 2007 – 2009. ທ່ານ Marcel Winter ຖື​ວ່າ, ປະ​ທານ CMKOS ຕ້ອງ​ຂໍ​ໂທດ​ຊາວ​ຫວຽດ​ນາມ ກ​ໍ​ຄື​ຂໍ​ໂທດ​ລັດ​ຖະ​ບານ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ຄຳ​ເຫັນ​ທີ່​ມີ​ລັກ​ສະ​ນະ​ເສກ​ສັນ​ປັນ​ແຕ່ງ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ