ສະມາຊິກລັດຖະສະພາກຳປູເຈຍຖືກກ່າວຫາເສກສັນປັ້ນແຕ່ງສົນທິສັນຍາຊາຍແດນກັບຫວຽດາມ
ສານນະຄອນພະນົມເປັນ ຂອງກຳປູເຈຍໄດ້
ກ່າວຜູກໂທດ ສະມາຊິກສະພາສູງ Hong Sok Hour
(ພາບ: EPA)
(vovworld) - ວັນທີ 16/8, ສານນະຄອນພະນົມເປັນ ຂອງກຳປູເຈຍໄດ້ກ່າວຜູກໂທດ ສະມາຊິກສະພາສູງ Hong Sok Hour ຂອງພັກກູ້ຊາດກຳປູເຈຍ (CNRP) ຝ່າຍຄ້ານ ດ້ວຍ 3 ໂທດ, ພ້ອມທັງອອກຄຳສັ່ງກັກຂັງຊົ່ວຄາວເພື່ອລໍຖ້າການພິພາກສາ. ຄຳຖະແຫຼງຂອງໄອຍະການ Yet Chakriya ຊີ້ແຈ້ງວ່າ, ສານນະຄອນພະນົມເປັນ ຕັດສິນຜູກໂທດ Hong Sok Hour ດ້ວຍໂທດ: ເຮັດເອກະສານປອມ, ນຳໃຊ້ເອກະສານປອມ ແລະ ກໍ່ຄວາມຂາດສະຖຽນລະພາບຢ່າງຮ້າຍແຮງເຖິງຄວາມສະຫງົບໃນສັງຄົມ. ສະມາຊິກສະພາສູງ Hong Sok Hour ຖືກຈັບຕົວໃນຕອນເຊົ້າວັນທີ 15/8 ຢູ່ນະຄອນຫຼວງພະນົມເປັນ, ພາຍຫຼັງລົງເອກະສານເສກສັນປັ້ນແຕ່ງສົນທິສັນຍາຊາຍແດນລະຫວ່າງຫວຽດນາມ - ກຳປູເຈຍ ໃນເຄືອຂ່າຍສັງຄົມ Facebook ວັນທີ 12/8. ລັດຖະບານກຳປູເຈຍ ໄດ້ອອກແຈ້ງຂ່າວໜັງສືພິມປະຕິເສດເນື້ອໃນເສກສັນປັ້ນແຕ່ງຂອງ Hong Sok Hour, ພ້ອມທັງຢືນຢັນ ຈະນຳໃຊ້ບັນດາຂໍ້ກຳນົດຂອງກົດໝາຍຢ່າງຖືກຕ້ອງ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍສາທາລະນະ ແລະ ຮັກສາກົດໝາຍຢູ່ກຳປູເຈຍ ຢ່າງໝັ້ນຄົງ.