ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ຄວາມ​ຫວັງຕໍ່​ກົງ​ຈັກ​ບຸກ​ຄະ​ລາ​ກອນ​ຂອງ​ອາ​ຍຸ​ການ​ໃໝ່

(VOVWORLD) -ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026,
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ຄວາມ​ຫວັງຕໍ່​ກົງ​ຈັກ​ບຸກ​ຄະ​ລາ​ກອນ​ຂອງ​ອາ​ຍຸ​ການ​ໃໝ່ - ảnh 1ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ (ພາບ: TTXVN)

ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະບູລະນະບັນດາຕຳແໜ່ງການນຳຕາມຂໍ້ກຳນົດຂອງກົດໝາຍ. ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ເຊື່ອໝັ້ນວ່າກົງຈັກການນຳຊຸດໃໝ່ ຈະປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ໄວ້ວາງໃຈ ແລະ ມອບໝາຍໃຫ້. ທ່ານນາງ ໂຮ່ທິມິນ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງຈິ ໄດ້ເນັ້ນໜັກວ່າ ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026, ສ້າງປະຖົມປັດໄຈແກ່ທົດສະວັດຕໍ່ໄປ, ເປັນຕົ້ນແມ່ນເປົ້າໝາຍ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ.

        ໃນຂະນະນັ້ນ, ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ ຖືວ່າ ວຽກງານກະກຽມບຸກຄະລາກອນໃຫ້ແກ່ກົງຈັກການນຳລັດ ອາຍຸການ 2021 – 2026 ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນນັບແຕ່ເມື່ອຂຶ້ນແຜນບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

        ພວກຂ້າພະເຈົ້າຕັ້ງຄວາມຫວັງວ່າ ດ້ວຍຄວາມສະຫຼາດສ່ອງໃສຂອງບັນດາສະມາຊິກສະພາແຫ່ງຊາດ ຈະມີການປຶກສາຫາລື, ຄວາມເຫັນດີເຫັນພ້ອມ ແລະ ຄວາມເປັນເອກະພາບສູງເພື່ອເລືອກເອົາກົງຈັກການນຳຂອງລັດ ໃນອາຍຸການ 2021 2026. ພວກຂ້າພະເຈົ້າ ກໍມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ກົງຈັກການນຳຂອງລັດ ໃນອາຍຸການ 2021 2026 ຈະປະຕິບັດໜ້າທີ່ເຊິ່ງ ພັກ, ລັດ ແລະ ປະຊາຊົນທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໃຫ້ເປັນຢ່າງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ