(vovworld) – ພາຍຫຼັງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 132 (IPU 132), ທ່ານສະມາຊິກສະພາແຫ່ງຊາດແບນຊິກ Pol Van Den Driessche ສັງກັດລັດຖະສະພາບັນດາປະເທດໃຊ້ພາສາຝລັ່ງ ແລະ ທ່ານ Anderies Griffroy ສັງກັດລັດຖະສະພາ Flanders (ລັດຖະສະພາບັນດາປະເທດໃຊ້ພາສາໂຮນລັງ) ໄດ້ມີການພົບປະກັບນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳບຣຸກແຊນ ເພື່ອສະແດງຄວາມປະທັບໃຈກ່ຽວກັບກອງປະຊຸມທີ່ໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ ຫວ່າງແລ້ວນີ້. ສະມາຊິກສະພາແຫ່ງຊາດແບນຊິກ 2 ທ່ານໄດ້ຕີລາຄາສູງການຈັດຕັ້ງຂອງຫວຽດນາມ ແລະ ຖືວ່າ ບັນຫາຮັບໃຊ້ແຂກຢູ່ໂຮງແຮມ, ຮັບໃຊ້ການການໄປມາ, ສະຖານທີ່ຈັດຕັ້ງ ລ້ວນແຕ່ລອບຄອບທີ່ຖ້ວນ. ບັນດາສະມາຊິກສະພາແຫ່ງຊາດແບນຊິກ ເນັ້ນໜັກວ່າ, ຫວຽດນາມ ໄດ້ສະແດງໃຫ້ໂລກເຫັນແມ່ນປະເທດໜຶ່ງບັນລຸປະສິດທິຜົນໃນການຈັດຕັ້ງ, ຄວາມສາມັກຄີ, ຄວາມອົບອຸ່ນ ແລະ ຄວາມສະໜິດສະໜົມຂອງປະຊາຊົນ. ນີ້ແມ່ນບັນດາຄວາມປະທັບໃຈຂອງສະມາຊິກສະພາແຫ່ງຊາດສາກົນຫຼາຍທ່ານທີ່ເຂົ້າຮ່ວມ IPU 132. ຕີລາຄາກ່ຽວກັບໝາກຜົນການຮ່ວມມື, ທ່ານສະມາຊິກສະພາແຫ່ງຊາດ Pol Van Den Driessche ແລະ ທ່ານ Anderies Griffroy ລ້ວນແຕ່ໃຫ້ຂໍ້ສັງເກດວ່າ, ກອງປະຊຸມຄັ້ງນີ້ບັນລຸໄດ້ຜົນງານທີ່ດີເມື່ອທຽບໃສ່ການຈັດຕັ້ງ IPU ຄັ້ງກ່ອນນີ້. ບັນດາສະມາຊິກສະພາແຫ່ງຊາດຢືນຢັນວ່າ ດ້ວຍການເຂົ້າຮ່ວມຂອງ 170 ປະເທດ, ບັນດາມະຕິໄດ້ຮັບການຮັບຮອງທີ່ IPU 132 ຢູ່ຫວຽດນາມ, ຈະຖືກສະມາຊິກສະພາແຫ່ງຊາດຫຼາຍທ່ານຍື່ສະເໜີຕໍ່ລັດຖະສະພາຂອງຕົນ, ຜ່ານນັ້ນຈະເພີ່ມທະວີການຮ່ວມມືລະຫວ່າງປະເທດຕ່າງໆໃນບັນດາບັນຫາທົ່ວໂລກ.