ສະມາຊິກສະພາແຫ່ງຊາດສະເພາະກິດໃຫ້ຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ)

ສະມາຊິກສະພາແຫ່ງຊາດສະເພາະກິດໃຫ້ຄຳເຫັນໃສ່ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25/8, ​ເມື່ອໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ປະມວນ​ກົດໝາຍ​ອາຍາ (ສະບັບ​ປັບປຸງ) ທີ່​ກອງ​ປະຊຸມສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດສຸມ​ໃສ່​ປຶກສາ​ຫາລື 2 ບັນຫາ, ນັ້ນ​ແມ່ນ​ຄວນປະ​ຮູບ​ການ​ລົງ​ໂທດ​ປະຫານ​ຊີວິດສຳລັບ​ໂທດ​ໃດ ​ແລະ ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ດ້ານ​ອາຍາ​ຂອງ​ບັນດາ​ນິຕິບຸກຄົນ​ຫຼື​ບໍ່. ບັນດາ​ຄວາມ​ເຫັນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ຂໍ້​ກຳນົດທີ່​ວ່າ ​ນິຕິບຸ​ຄົນກໍ່​ຕ້ອງ​ຮັບ​ຜິດ​ຊອບ​ດ້ານ​ອາຍາ, ​ເພາະວ່າ​ປະຈຸ​ບັນ, ການລະ​ເມີດ​ກົດໝາຍ​ຂອງ​ນິຕິບຸກຄົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ຮ້າຍ​ແຮງ​ກວ່າ. ຖ້າ​ພຽງ​ແຕ່​ລົງ​ໂທດ​ດ້ານ​ບໍລິຫານ​ເທົ່າ​ນັ້ນ ຈະ​ບໍ່​ເໝາະ​ສົມ​ກັບ​ລັກສະນະ, ລະດັບ​ການລະ​ເມີດ ​ແລະ ບໍ່​ສາມາດ​ຂົ່ມຂູ່​ໄດ້. ຜ່ານ​ການ​ປຶກສາ​ຫາລື, ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ທີ່​ກ່ຽວ​ຂ້ອງ​ເຖິງ​ຂໍ້​ສະ​ເໜີ​ຍົກ​ເລີກ​ຮູບ​ການ​ລົງ​ໂທດ​ປະຫານ​ຊີວິດ​ສຳລັບ 7 ​ໂທດ​ກຳ.

ກ່ອນ​ໜ້າ​ນັ້ນ, ​ໃນ​ວາລະ​ປຶກສາ​ຫາລື​ຕອນ​ເຊົ້າ​ວັນ​ທີ 25/8, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນກ່ຽວ​ກັບ​ຮ່າງ​ປະມວນ​ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ), ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ຍັງ​ມີ​ທັດສະນະ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ເລື່ອງ​ສານ​ມີ​ສິດ​ປະຕິ​ເສດ​ຄຳ​ຮຽກຮ້ອງ​ແກ້​ໄຂ​ຄະດີ​ແພ່ງ.

ຂ່າວ/ບົດ​ອື່ນ