ສະວິດ ມອບອຸປະກອນການແພດຈຳນວນ 13 ໂຕນໃຫ້ແກ່ຫວຽດນາມ

(VOVWORLD) -ງວດເຄື່ອງອຸປະທຳດ້ານການແພດຈຳນວນ 13 ໂຕນຂອງລັດຖະບານ ສະວິດ ມອບໃຫ້ຫວຽດນາມ ໄດ້ຂົນສົ່ງມາຮອດສະໜາມບິນ ເຕີນເຊີນເຍິດ, ນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 13 ສິງຫາ.
ສະວິດ ມອບອຸປະກອນການແພດຈຳນວນ 13 ໂຕນໃຫ້ແກ່ຫວຽດນາມ - ảnh 1ງວດເຄື່ອງອຸປະທຳດ້ານການແພດໄດ້ຂົນສົ່ງມາຮອດສະໜາມບິນ ເຕີນເຊີນເຍິດ, ນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 13 ສິງຫາ
(ພາບ: baoquocte.vn)

ວັນທີ 12 ສິງຫາ, ງວດເຄື່ອງອຸປະທຳດ້ານການແພດຈຳນວນ 13 ໂຕນຂອງລັດຖະບານ ສະວິດ ມອບໃຫ້ຫວຽດນາມ ໄດ້ຂົນສົ່ງມາຮອດສະໜາມບິນ ເຕີນເຊີນເຍິດ, ນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 13 ສິງຫາ. ງວດສິນຄ້າອຸປະຖຳມີມູນຄ່າ 5,4 ລ້ານ USD ລວມມີ: ຈັກຊ່ວຍຫາຍໃຈໂອຊີຈຳນວນ 30 ອັນ, ຊຸດວິໄຈຫາເຊື້ອ 500.000 ຊຸດ, ຜ້າອັດປາກ-ອັດດັງກັນພະຍາດຈຳນວນ 300.000 ແຜ່ນ ເຊິ່ງທ່ານຮອງປະທານາທິບໍດີ, ລັດຖະມົນຕີການຕ່າງປະເທດ ສະວິດ Ignazio Cassis ປະກາດທີ່ການພົບປະກັບການນຳລັດຖະບານຫວຽດນາມ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 04 – 06 ສິງຫາ.

        ຝ່າຍ ສະວິດ ສະແດງການແບ່ງປັນຄວາມຫຍຸ້ງຍາກ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ-19, ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ