ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະວິດ Didier Burkhalter
(ພາບ: VGP/Lê Tuấn)
|
(vovworld) – ຕອນເຊົ້າວັນທີ 2/6, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະວິດ Didier Burkhalter ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຊົມເຊີຍ ສະວິດ ຕົກລົງເປີດສະຖານກົງສູນໃຫຍ່ປະຈຳ ນະຄອນ ໂຮ່ຈີມິນ - ເຊິ່ງແມ່ນເຂດເສດຖະກິດພັດທະນາທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ສະແດງຄວາມປາດຖະໜາຢາກໃຫ້ ສະວິດ ສືບຕໍ່ເພີ່ມທະວີຍູ້ແຮງການແລກປ່ຽນການຄ້າ, ຮ່ວມມືຜັນຂະຫຍາຍບັນດາໂຄງການ ODA, FDI ຢູ່ ຫວຽດນາມ, ສະໜັບສະໜູນ ແລະ ຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມການຄ້າເສລີ ເອີລົບ (EFTA)ກ່ວາອີກ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະວິດ Didier Burkhalter ຢັ້ງຢືນວ່າ: ສະວິດ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆກັບ ຫວຽດນາມ ແລະ ການເປີດສະຖານກົງສູນໃຫຍ່ ສະວິດ ປະຈຳ ນະຄອນ ໂຮ່ຈີມິນ ແມ່ນພະຍານຫຼັກຖານ. ທ່ານລັດຖະມົນຕີ Didier Burkhalter ເນັ້ນໜັກວ່າ: ສະວິດສະໜັບສະໜູນ ຫວຽດນາມ ໃນການເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າກັບເສດຖະກິດໂລກ, ໃນນັ້ນມີການເຊັນບັນດາສັນຍາການຄ້າເສລີດ້ວຍຄຸນນະພາບສູງ.