ສະຫງວນທຶນ ODA ເກືອບ 2 ຕີື້ USD ໃຫ້ ຂະແໜງກະສິກຳ ໃນຕະຫຼອດ 20 ປີທີ່ຜ່ານມາ

(VOVWORLD) -ວັນທີ 3 ກໍລະກົດ ຢູ່ ຮ່າໂນ້ຍ, ຄະນະຄຸ້ມຄອງບັນດາໂຄງການກະສິກຳ, ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 20 ປີ ແຫ່ງການຄຸ້ມຄອງ ແລະ ປະຕິບັດບັນດາລາຍການ, ໂຄງການ ODA.
ສະຫງວນທຶນ ODA ເກືອບ 2 ຕີື້ USD ໃຫ້ ຂະແໜງກະສິກຳ ໃນຕະຫຼອດ 20 ປີທີ່ຜ່ານມາ - ảnh 1(ພາບປະກອບ: TTXVN)

ທ່ານ ເລວັນຮ໊ຽນ, ຫົວໜ້າຄະນະຄຸ້ມຄອງບັນດາໂຄງການກະສິກຳ, ໃຫ້ຮູ້ວ່າໃນ ຕະຫຼອດ 20 ປີແຫ່ງການປະຕິບັດ, ຄະນະຄຸ້ມຄອງບັນດາໂຄງການກະສິກຳໄດ້ຜັນຂະຫຍາຍ 23 ໂຄງການດ້ວຍຈຳນວນເງິນທຶນທັງໝົດປະມານ 1,97 ຕື້ USD ຈາກບັນດານັກອຸປະຖຳ. ໃນນັ້ນ, ປັດຈຸບັນມີ 17 ໂຄງການໄດ້ປະຕິບັດສຳເລັດແລ້ວ, 6 ໂຄງການພວມໄດ້ຮັບການຜັນຂະຫຍາຍ.

        ບັນດາໂຄງການມີຂອບເຂດການເຄື່ອນໄຫວຢູ່ 63 ແຂວງ, ນະຄອນ ແລະ ເປັນຫຼາຍຮູບຫຼາຍແບບໃນບັນດາຂົງເຂດ. ໝາກຜົນການລົງທຶນຂອງບັນດາລາຍການ, ໂຄງການໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກສູງພື້ນຖານໂຄງລ່າງຢູ່ຊົນນະບົດ, ຍົກສູງຄວາມສາມາດການຜະລິດໃຫ້ແກ່ຊາວກະສິກອນ, ສ້າງຕັ້ງບັນດາເຂດຜະລິດສະເພາະແຕ່ຜະລິດຜະລິດຕະພັນກະເສດທີ່ມີຄຸນນະພາບເພື່ອຮັບໃຊ້ໃຫ້ແກ່ການບໍລິໂພກພາຍໃນປະເທດ ແລະ ສົ່ງອອກ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຕີລາຄາວ່າ ບັນດາລາຍການ, ໂຄງການທີ່ໄດ້ຮັບການປະຕິບັດໃນ 20 ປີຜ່ານມາໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ນັບສິບລ້ານຄົນໃນ 63 ແຂວງ, ນະຄອນ. ບັນດາໂຄງການໄດ້ປະກອບສ່ວນຊຸກຍູ້ການພັດທະນາລວມຂອງຂະແໜງກະສິກຳ, ຈາກນັ້ນນຳຫວຽດນາມກາຍເປັນປະເທດມະຫາອຳນາດໃນການສົ່ງອອກຜະລິດຕະພັນກະເສດແຖວໜ້າຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ