(vovworld) – ຕອນເຊົ້າວັນທີ 16/05, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄດ້ຈັດກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດໂຄງການໄລຍະ 2010 – 2014 ແລະ ປຶກສາຫາລືມາດຕະການຜັນຂະຫຍາຍໜ້າທີ່ປີ 2015. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ເປັນປະທານກອງປະຊຸມ.
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ຫົວຫນ້າຄະນະຊີ້ນຳໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃຫມ່, ຢືນຢັນ ໂຄງການຈຸດໝາຍແຫ່ງຊາດ ກໍ່ສ້າງຊົນນະບົດໃຫມ່ ແມ່ນຫນຶ່ງໃນບັນດາຫນ້າທີ່ ແລະ ມາດຕະການສຳຄັນ, ຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 7 ກ່ຽວກັບກະສິກຳ, ຊົນນະບົດ ແລະ ຊາວກະສິກອນ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ກ່າວວ່າ:
“ກໍ່ສ້າງຊົນນະບົດໃຫມ່ ໄດ້ກາຍເປັນຂະບວນການເລິກເຊິ່ງ ແລະ ກວ້າງຂວາງໃນທົ່ວປະເທດ ໄດ້ຮັບການຊີ້ນຳນຳພາຈາກທັງລະບົບການເມືອງ ແລະ ໄດ້ຮັບຄວາມສະຫນັບສະຫນູນຈາກປະຊາຊົນ ແລະ ປະຕິບັດໂດຍກົງ. ຈຸດໝາຍໃນຕໍ່ຫນ້າຂອງພວກເຮົາ ນັ້ນແມ່ນຮອດປີ 2015 ບັນລຸ 20% ຈຳນວນຕາແສງ ບັນລຸມາດຖານຊົນນະບົດໃຫມ່.”
ພາຍຫລັງ 3 ປີແຫ່ງການປະຕິບັດ, ຄວາມຮັບຮູ້ກ່ຽວກັບການກໍ່ສ້າງຊົນນະບົດໃຫມ່ຂອງພະນັກງານ, ປະຊາຊົນເກືອບທັງໝົດໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ. ໄລ່ຮອດໄຕມາດ 1 ປີ 2014, ໄດ້ມີ 93,7% ຈຳນວນຕາແສງຂອງທັງປະເທດ ສຳເລັດເລື່ອງອະນຸມັດການວາງແຜນຜັງກໍ່ສ້າງຊົນນະບົດໃຫມ່.