ສະຫຼຸບການຈັດວາງພາສີຂອງກະຊວງການຄ້າອາເມລິກາສຳລັບປາຈາfilletແຊ່ເຢັນຂອງຫວຽດນາມແມ່ນບໍ່ຍຸດຕິທຳ

(VOVWORLD) -ຕາມກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ກະຊວງການຄ້າອາເມລິກາ (DOC) ໄດ້ປະກາດຂໍ້ສະຫຼຸບສຸດທ້າຍໃນວຽກງານກວດກາການບໍລິຫານຄັ້ງທີ 13 (POR 13) ມາດຕະການຕ້ານການຂາຍບຸບລາຄາປາຈາ ແລະ ປາບາຊາຂອງຫວຽດນາມ.
ສະຫຼຸບການຈັດວາງພາສີຂອງກະຊວງການຄ້າອາເມລິກາສຳລັບປາຈາfilletແຊ່ເຢັນຂອງຫວຽດນາມແມ່ນບໍ່ຍຸດຕິທຳ - ảnh 1(ພາບປະກອບ:thuysanvietnam.com.vn)

ໂດຍອີງໃສ່ຂໍ້ສະຫຼຸບດັ່ງກ່າວ, ບັນດາວິສາຫະກິດສົ່ງອອກປາປາຈາ ແລະ ປາບາຊາຂອງຫວຽດນາມ ຈະຖືກຈັດວາງລະດັບພາສີຕ້ານການຂາຍບຸບລາຄາແຕ່ 2,39 USD/ກິໂລກຣາມ ຂຶ້ນເຖິງ 7,74  USD/ກິໂລກຣາມ. ນີ້ແມ່ນລະດັບພາສີສູງທີ່ສຸດ ແລະ ຈະສົ່ງຜົນກະທົບອັນໃຫຍ່ຫຼວງເຖິງການສົ່ງອອກປາຈາ ແລະ ປາບາຊາຂອງຫວຽດນາມ ໄປຍັງອາເມລິກາ.

        ກະຊວງອຸສາດຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ໄດ້ ແລະ ພວມສົມທົບກັບສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP), ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ຢ່າງເຄັ່ງຄັດເພື່ອແລກປ່ຽນຂໍ້ມູນຂ່າວ ແລະ ຍົກອອກຄຳເຫັນຕໍ່ບັນດາອົງການທີ່ມີບົດບາດໜ້າທີ່ຂອງອາເມລິກາ. ຕາມທ່ານ ບຸຍຮຸຍເຊີນ, ທູດການຄ້າ, ຫົວໜ້າອົງການການຄ້າຫວຽດນາ ປະຈຳອາເມລິກາ ໃຫ້ຮູ້ວ່າ, ຂໍ້ສະຫຼຸບຂອງກະຊວງການຄ້າອາເມລິກາ ບໍ່ຍຸຕິທຳ ແລະ ບໍ່ມີຫຼັກຖານ. ນອກນັ້ນ, ຫວຽດນາມ ອາດຈະຮ້ອງຟ້ອງຕໍ່ສານການຄ້າສາກົນອາເມລິກາ USCIT ແລະ ສານການຄ້າສະຫະລັດ ກ່ຽວກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ