ສະຫຼຸບບັ້ນຂົນຂວາຍສະສົມແລະໂຄສະນາວັດຖຸພັນເປັນທີ່ລະລຶກຕຳຫຼວດປະຊາຊົນ
ການວາງສະແດງວັດຖຸພັນເປັນທີ່ລະລຶກ
(ພາບ: baophapluat.vn)
(vovworld) - ຕອນຄຳ່ວັນທີ 21/8, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະຫຼຸບ ບັ້ນຂົນຂວາຍສະສົມ ແລະ ໂຄສະນາວັດຖຸພັນເປັນທີ່ລະລຶກປະຫວັດສາດຕຳຫຼວດປະຊາຊົນ. ບັ້ນຂົນຂວາຍນີ້ເລີ່ມປຸກລະດົມແຕ່ປີ 2013, ເນື່ອງໃນໂອກາດມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ຂອງຕຳຫຼວດປະຊາຊົນ ຫວຽດນາມ (19/8/1945-19/8/2015), ແລະ 10 ປີແຫ່ງວັນບຸນທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພຂອງປະເທດຊາດ (2005-2015). ມາຮອດປະຈຸບັນ, ຄະນະຈັດຕັ້ງໄດ້ຮັບເອົາວັດຖຸພັນເກືອບ 5.200 ຢ່າງ ເຊິ່ງເປັນທີ່ລະລຶກປະຫວັດຊາດກ່ຽວກັບກຳລັງຕຳຫຼວດປະຊາຊົນ, ໃນນັ້ນມີວັດຖຸພັນ 200 ຢ່າງໄດ້ຮັບເລືອກເຟັ້ນເພື່ອວາງສະແດງຢູ່ຫໍພິພິດທະພັນຕຳຫຼວດປະຊາຊົນ. ກ່າວຄວາມເຫັນທີ່ພິທີ, ພົນຕີ ຫງວຽນຊວນເມື່ອຍ, ຮອງຫົວໜ້າກົມໃຫຍ່ການເມືອງຕຳຫຼວດປະຊາຊົນ, ຫົວໜ້າຄະນະຈັດຕັ້ງບັ້ນຂົນຂວາຍ, ໃຫ້ຮູ້ວ່າ:
“ໝາກຜົນຂອງບັ້ນຂົນຂວາຍສະແດງໃຫ້ເຫັນອາລົມຈິດ ແລະ ຄວາມຮັບຜິດຊອບຂອງບັນດາກຳລັງຕຳຫຼວດປະຊາຊົນທີ່ມີຕໍ່ໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພຂອງປະເທດຊາດ. ພວກຂ້າພະເຈົ້າຫວັງວ່າ, ຜ່ານລາຍການນີ້ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນຂອງພັກ, ລັດ, ບັນດາກະຊວງ, ຂະແໜງການ ແລະ ໝູ່ຄະນະ, ສ່ວນບຸກຄົນຢູ່ພາຍໃນ ແລະ ນອກກຳລັງຕຳຫຼວດປະຊາຊົນ ເພື່ອແນໃສ່ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກປະຫວັດສາດ ວັດທະນະທຳຂອງຕຳຫຼວດປະຊາຊົນ“.