ສະຫຼຸບວຽກງານສະມາຄົມວິສາຫະກິດຫວຽດນາມປະຈຳສະຫະພັນລັດເຊຍ
ກອງປະຊຸມສະຫຼຸບວຽກງານຂອງສະມາຄົມໃນໄລຍະຜ່ານມາ
(ພາບ: TTXVN)
(vovworld) - ວັນທີ 12/08, ຢູ່ນະຄອນ Suzdan, ແຂວງ Vladimir, ສະຫະພັນລັດເຊຍ, ສະມາຄົມວິສາຫະກິດຫວຽດນາມ ປະຈຳສະຫະພັນລັດເຊຍ (VBA) ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງສະມາຄົມໃນໄລຍະຜ່ານມາ, ກໍ່ຄືປຶກສາຫາລື ແລະ ວາງອອກບັນດາມາດຕະການເຄື່ອນໄຫວໃນໄລຍະຈະມາເຖິງ. ເຂົ້າຮ່ວມກອງປະຊຸມມີທ່ານອຸປະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ລ້າຍຫງອກດ່ວານ ໃຫ້ຮູ້ວ່າ, ບຸລິມະສິດອັນດັບໜຶ່ງຂອງຫວຽດນາມ ບໍ່ພຽງແຕ່ໃນການພົວພັນດ້ານການເມືອງເທົ່ານັ້ນ, ຫາກຍັງໃນການພົວພັນດ້ານການຄ້າ 2 ຝ່າຍອີກດ້ວຍ. ພາຍຫຼັງກອງປະຊຸມສະຫຼຸບ, ສະມາຄົມເສກຖະກິດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມໂຕະມົນ “ຄວາມສາມາດບົ່ມຊ້ອນເສດຖະກິດຂອງແຂວງ Vladimir ແລະ ຄວາມສາມາດຮ່ວມມືລົງທຶນພັດທະນາເສດຖະກິດ ກັບບັນດາວິສາຫະກິດຫວຽດນາມ ຢູ່ສະຫະພັນລັດເຊຍ”.