ສະຫລຸບ5ປີແຫ່ງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ

ສະຫລຸບ5ປີແຫ່ງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 3/7 ຢູ່ ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ບັ້ນ​ຂົນຂວາຍ​ຊາວ​ຫວຽດນາມ​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ ​ແລະ ປຶກສາ​ຫາ​ລື​ມາດ​ຕະການ​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ 5 ປີຜ່ານມາ, ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​​ບັ້ນ​ສົ່ງ​ສິນຄ້າ​ລົງ​ຂາຍ​ຢູ່​​ເຂດ​ຊົນນະບົດ​ເກືອບ 2000 ຄັ້ງ ດ້ວຍວິ​ສາ​ຫະກິດ 53.000 ​​ເທື່ອ​ແຫ່ງ​ໄດ້​ເຂົ້າ​ຮ່ວມ ​ແລະ ດຶງ​ດູດ​ຊາວ​ທ້ອງ​ຖິ່ນ​ກວ່າ 3 ລ້ານ​ເທື່ອຄົນ​ມາ​ຊື້​ສິນຄ້າ. ​ເມ່ືອ​ເວົ້າ​ເຖິງ​ມາດ​ຕະການ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ ​ໂຮ່ທິກີ​ມທວາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ກວ່າ​ອີກ, ​ເພີ່ມ​ທະວີ​ການ​ສຳ​ຫລວດ​ກວດກາ​ຄືນ​ບັນດາກົນ​ໄກ​ນະ​ໂຍບາຍ​, ພິ​ເສດ​ແມ່ນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ເພື່ອ​ສ້າງ​ຄວາມ​ສະດວກ​ໃຫ້​​ແກ່​ວິ​ສາ​ຫະກິດ​ ​ແລະ ປະຊາຊົນ​ກວ່າ. ພວກ​ຂ້າພະ​ເຈົ້າ​ຈະ​ເອົາ​ໃຈ​ໃສ່​ການ​ສົ່ງ​ເສີມ​ການ​ຄ້າ, ​ການ​ເຊື່​ອມຕໍ່​ລະຫວ່າງ​ຜູ້​ໃຊ້​ສອຍ​ກັບ​ລະບົບ​ຈຳຫນ່າຍ ​ແລະ ບັນດາ​ບໍລິສັດ​ຜະລິດ. ”

ຂ່າວ/ບົດ​ອື່ນ