ສະຫລຸບການເສັງຊອກຮູ້ລັດຖະທຳມະນູນປີ2013ໃນກອງທັບ

ສະຫລຸບການເສັງຊອກຮູ້ລັດຖະທຳມະນູນປີ2013ໃນກອງທັບ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 28/9 ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງກັນ​ປະ​ເທດ ຫວຽດນາມ ສະຫລຸບ​ມອບ​ລາງວັນ​ການ​ເສັງ​ກ່ຽວ​ກັນ​ການຊອກ​ຮູ້ລັດຖະທຳ​ມະນູນຂອງ​ປະ​ເທດ ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ໃນ​ກອງທັບ​ປະຊາຊົນ ຫວຽດນາມ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ 6 ໝູ່​ຄະນະ​ດີ​ເດັ່ນ, 5 ສ່ວນ​ບຸກຄົນ​​ໄດ້​ຮັບລາງວັນ​ທີ 1, ລາງວັນ​ທີ ສອງ 15 ລາງວັນ, ລາງວັນ​ທີ ສາມ 23 ລາງວັນ. ນີ້​ແມ່ນ​ບັນດາ​ບົດ​​ເຂົ້າ​ຮ່ວມ​ການເສັງ​ທີ່​ດີ​ເດັ່ນ​ໄດ້ຮັບ​ການ​ເລືອກ​ເຟັ້ນ​ໃນ​ຈຳນວນ​ 240.000 ກ່ວາບົດ​ເຂົ້າ​ຮ່ວມ​ການເສັງ. ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ສຶກສາອົບຮົມ​ກົດໝາ​ຍ​​ໃຫ້ທົ່ວ​ປວງ​ຊົນ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ພົນ​ໂທ ມາຍ​ກວາງ​ເຟີ໋ນ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ ຫວຽດນາມ ສະ​ເໜີ​ວ່າ:

        “ ການ​ໂຄສະນາສຶກສາອົບຮົມ​ດ້ານ​ກົດໝາຍ ຕ້ອງ​ໄດ້​ປະຕິບັດ​​ເປັນປະຈຳ, ລຽນຕິດ, ​ເປັນ​ເຈົ້າ​ການ​ປ່ຽນ​ໃໝ່​ເນື້ອ​ໃນ, ຮູບ​ການ, ວິທີ​ການ, ມີ​ການ​ລົງທຶນ​​ເໝາະ​ສົມ​ກ່ຽວ​ກັບ​ພາຫະນະ, ວັດຖຸ, ຄ່າ​ໃຊ້​ຈ່າຍຮັບປະກັນ. ຖື​ເປັນ​ສຳຄັນ​ບັນດາ​ຮູບ​ການ, ວິທີ​ການຈັດ​ຕັ້ງ​ການ​ສຶກສາ​ເປັນ​ປະຈຳ ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ, ພັດທະນາ​ຄວາມ​ຕ້ອງການ​ຄົ້ນຄວ້າ, ຮຳ່ຮຽນ. ຊາບ​ຊຶມ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ​ຂອງ​​ພົນທະຫານ, ກຳມະກອນ​ທະຫານ, ກໍ່ສ້າງ​ວັດທະນະທຳ​ພົນທະຫານ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ”.

ຂ່າວ/ບົດ​ອື່ນ