ສະຫລຸບ,ມອບລາງວັນການເສັງຮູບຖ່າຍສື່ມວນຊົນ“ກະສິກຳ-ຊາວກະສິກອນ-ຊົນນະບົດ”

ສະຫລຸບ,ມອບລາງວັນການເສັງຮູບຖ່າຍສື່ມວນຊົນ“ກະສິກຳ-ຊາວກະສິກອນ-ຊົນນະບົດ” - ảnh 1
ລາງວັນ​ທີ 1 ​ແມ່ນ​ພາບສາລະ​ຄະດີ​ “ຍາມ​ເຂົ້າ​ສຸກ​ຢູ່​ບ້ານ​ເກີດ
​ເມືອງ​ນອນ​ຮ່ອນ​ເດິ​ດ” ຂອງ​ຈິດຕະກອນ ຮວີ່ນໝີ​ທ້ວນ
(ພາບ: kinhtenongthon)

(vovworld) –  ​ພາຍຫລັງ​ການ​ປຸກລະດົມ​ເປັນ​ເວລາກ່ວາ 6 ​ເດືອນ, ການ​ເສັງ​ຮູບ​ຖ່າຍ​ສື່​ມວນ​ຊົນ “ກະສິກຳ - ຊາວ​ກະສິກອນ - ຊົນນະບົດ” ​ໄດ້​ຮັບຮູບ​ຖ່າຍ​​ກ່ວາ 300 ​ແຜ່ນ. ບັນດາ​ຮູບ​ຖ່ານ​ທີ່ສ່ອງ​ແສງ​ຊີວິດດ້ານກະສິກຳ​​ເປັນຫລາຍ​ຮູບ​ຫລາຍ​ແບບຂອງ​ປະ​ເທດ​ພາຍຫລັງ 70 ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາຢ່າງມີ​ໄຊ. ນັ້ນ​ແມ່ນ​ບັນດາ​ເລື່ອງລາວ​ ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນບັນດາ​ເຂດ​, ພາກ, ໝູ່​ບ້ານ​ຫັດຖະກຳ, ຮີດຄອງ​ປະ​ເພນີ, ງານ​ບຸນ ​ແລະ ນະ​ໂຍບາຍ​ພັດທະນາ​ກະສິກຳ, ຊົນນະບົດ, ຊາວ​ກະສິກອນ​ຂອງ ຫວຽນ​ດາມຢ່າງ​ມີ​ຊີວິດ​ຊີວາ. ທີ່​ພິທີ​ສະຫລຸບ ​ແລະ ມອບ​ລາງວັນ​ການ​ເສັງ ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/10 ຢູ່​ນະຄອນ​ໂຮ່ຈີ​ມິນ, ຄະນະ​ຈັດ​ຕັ້ງ​ໄດ້ຄັດ​ເລືອກ​ຮູບ​ຖ່າຍ​ທີ່​ດີ​ເດັ່ນ 9 ​ແຜ່ນ​ເພື່ອ​ມອບ​ລາງວັນ, ​ໃນ​ນັ້ນ ລາງວັນ​ທີ 1 ​ແມ່ນ​ພາບສາລະ​ຄະດີ​ “ຍາມ​ເຂົ້າ​ສຸກ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຮ່ອນ​ເດິ​ດ” ຂອງ​ຈິດຕະກອນ ຮວີ່ນໝີ​ທ້ວນ, ນະຄອນ ​ໂຮ່ຈີ​ມິນ.

 

ຂ່າວ/ບົດ​ອື່ນ