ພາບປະກອບ
|
(vovworld) - ຕອນບ່າຍວັນທີ 9/1, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ - ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ສະຫລຸບໂຄງການສົ່ງເສີມການຄ້າແຫ່ງຊາດປີ 2014. ປີ 2014, ໂຄງການສົ່ງເສີມການຄ້າແຫ່ງຊາດໄດ້ໜູນຊ່ວຍວິສາຫະກິດກ່ວາ 7.600 ເທື່ອເຂົ້າຮ່ວມດ້ວຍການທຸລະກຳ 258.000 ເທື່ອ, ລາຍຮັບຈາກການຂາຍສິນຄ້າບັນລຸກ່ວາ 1,8 ຕື້ USD. ດ້ວຍການໜູນຊ່ວຍຈາກໂຄງການສົ່ງເສີມການຄ້າແຫ່ງຊາດ, ຜະລິດຕະພັນສົ່ງອອກຂອງ ຫວຽດນາມ ໄດ້ມີໜ້າໃນບັນດາຕະຫຼາດໃຫຍ່ຄື: ສະຫະພາບເອີລົບ, ອາເມລິກາ, ສ. ເກົາຫຼີ, ຍີ່ປຸ່ນ ແລະ ນັບມື້ນັບເປີດກ້ວາງໄປສູ່ບັນດາຕະຫຼາດອື່ນໆ. ປີ 2015, ໂຄງການສົ່ງເສີມການຄ້າແຫ່ງຊາດສຸມໃສ່ເຂົ້າໃນບັນດາການເຄື່ອນໄຫວຕົ້ນຕໍຄື: ສົ່ງເສີມຕະຫຼາດສົ່ງອອກ, ສະໜອງຂໍ້ມູນຂ່າວການຄ້າພາຍໃນ ແລະ ຕ່າງປະເທດ. ໄປຄຽງຄູ່ກັບ ຍູ້ແຮງການສົ່ງອອກ, ສະກັດກັ້ນການນຳເຂົ້າເກີນດຸ່ນ, ໂຄງການສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມການຄ້າພັດທະນາຕະຫຼາດພາຍໃນ, ພິເສດແມ່ນສ້າງຕົວແທນຈຳໜ່າຍຢູ່ເຂດຊົນນະບົດ, ເຂດພູດອຍ, ເຂດຊາຍແດນ ແລະ ເຂດປະສົບກັບຄວາມຫຍຸ້ງຍາກ.