ສະຫະປະຊາຊາດ ກ່າວເຕືອນສະພາບຜິດປົກກະຕິໃນການພົວພັນລະຫວ່າງ ອາເມລິກາ, ລັດເຊຍ ແລະ ຈີນ
(VOVWORLD) -ການພົວພັນລະຫວ່າງສາມປະເທດມະຫາອໍານາດສໍາຄັນທີ່ສຸດໃນໂລກນີ້ ຍັງບໍ່ເຄີຍຕົກເຂົ້າສູ່ສະພາບການຜິດປົກກະຕິແບບນີ້ຈັກເທື່ອ.
ວັນທີ 24 ມັງກອນ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ຖືວ່າ ໂລກພວມປະເຊີນໜ້າກັບການ “ແບ່ງແຍກ” ທີ່ເປັນໜ້າວິຕົກກັງວົນ ເມື່ອກ່າວເຕືອນການພົວພັນລະຫວ່າງບັນດາປະເທດໃຫຍ່ ແມ່ນ ອາເມລິກາ, ລັດເຊຍ ແລະ ຈີນ ພວມໄປເຂວທິດ. ກ່າວຄໍາເຫັນທີ່ເວທີປາໄສເສດຖະກິດໂລກ ຢູ່ Davos, ປະເທດສະວິດ, ທ່ານ Antonio Guterres ຖືວ່າ ການພົວພັນລະຫວ່າງສາມປະເທດມະຫາອໍານາດສໍາຄັນທີ່ສຸດໃນໂລກນີ້ ຍັງບໍ່ເຄີຍຕົກເຂົ້າສູ່ສະພາບການຜິດປົກກະຕິແບບນີ້ຈັກເທື່ອ. ສົງຄາມການຄ້າລະຫວ່າງ ອາເມລິກາ ກັບ ຈີນ ກໍຄືບັນດາປະເທດອື່ນໃນໄລຍະຜ່ານມາ ໄດ້ເຮັດໃຫ້ບັນດາຕະຫຼາດການເງິນໃນໂລກ ຖືກປັ່ນປ່ວນບໍ່ແມ່ນໜ້ອຍ ແລະ ໄດ້ກໍ່ຄວາມວິຕົກກັງວົນວ່າ ພື້ນຖານເສດຖະກິດທົ່ວໂລກ ຈະຫຼຸດລົງ.ໃນຂະນະນັ້ນ, ການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ກໍບໍ່ ມີຄວາມສະດວກ ດ້ວຍບັນດາຄໍາກ່າວຫາວ່າ ລັດເຊຍ ໄດ້ແຊກແຊງເຂົ້າການເມືອງຂອງ ອາເມລິກາ ແລະ ຄວາມເຄັ່ງຕຶງຂອງສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງ (INF) ແລະ ຖ້າຫາກ ສົນທິສັນຍາສະບັບດັ່ງກ່າວຖືກພັງທະລາຍ ການຊ່ວງເສັງອາວຸດ ອາດຈະເກີດຂຶ້ນຢ່າງແນ່ນອນ.