ສະຫະປະຊາຊາດ ສະເຫຼີມສະຫຼອງ ວັນສາກົນ Nelson Mandela

ສະຫະປະຊາຊາດ ສະເຫຼີມສະຫຼອງ ວັນສາກົນ Nelson Mandela - ảnh 1
(ພາບປະກອບຈາກ AFP/TTXVN)

(vovworld) –  ວັນ​ທີ 18/7, ສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ພິ​ເສດ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສາກົນ Nelson Mandela ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki – moon, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ສປຊ ຫຼາຍ​ທ່ານ ພ້ອມ​ກັບ​ຜູ້​ຕາງໜ້າ​ຂອງ 193 ປະ​ເທດ​ສະມາຊິກ​ຂອງ​ສປຊ. ​ໃນ​ສານ​ຝາກ​ເຖິງ​ບັນດາ​ຜູ້​ເຂົ້າຮ່ວມ​ເວທີ​ປາ​ໄສ, ທ່ານ​ເລຂາທິການ​​ໃຫຍ່ Ban Ki – moon ​ໄດ້​ສະຫງວນ​ບັນດາ​ຄຳ​ເວົ້າ​ດີງາມ​ທີ່​ສຸດ​ໃຫ້​ແກ່​ທ່ານ​ອະ​ດີດປະທານາທິບໍດີ ອາບຟຣີກາ ​​ໃຕ້ Nelson Mandela, ຜູ້​ທີ່​ມີ​ໄລຍະ​ທາງ 67 ປີ​ຕໍ່ສູ້​ເພື່ອ​ພາລະກິດ​ຂອງ​ສັນຕິພາບ, ມະນຸດສະທຳ, ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ ​ແລະ ​ໄກ່​ເກ່ຍປອງ​ດອງ​ຊາດ. ທ່ານ Ban Ki – moon ຢືນຢັນ​ວ່າ: ​ເລື່ອງສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ​ໄດ້​ຕັດສິນ​ເລືອກ​ເຟັ້ນວັນ​ທີ 18/7 ​ແຕ່ລະ​ປີ, ​ເຊິ່ງ​ແມ່ນ​ວັນ​ເກີດ​ຂອງ​ທ່ານ Mandela, ​ແມ່ນ​ວັນ​ສາກົນ Nelson Mandela, ​ແມ່ນ​ພະຍານ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ເລື່ອງ​ປະຊາ​ຄົມ​ໂລກ ຮັບ​ຮອງ​ບົດບາດ​ສຳຄັນ​ທີ່​ສຸດ​ຂອງ​ນັກຮົບ​ແຫ່ງ​ແທບ​ນິຍາຍ ຂອງ​ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ຕໍ່ສູ້​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ​ເອກ​ະພາບ​ຂອງ ອາ​ວີ​ບ ອາບຟຣີກາ.

ຂ່າວ/ບົດ​ອື່ນ