ສະຫະປະຊາຊາດກ່າວປະນາມບັນດາການກະທຳໂຫດຮ້າຍຢູ່ລີບີ

ສະຫະປະຊາຊາດກ່າວປະນາມບັນດາການກະທຳໂຫດຮ້າຍຢູ່ລີບີ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 23/12, ຂ້າຫຼວງ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ໜູນ​ຊ່ວ​ຍ​ ລີ​ບີ ຂອງ ສ​ປ​ຊ (UNSMIL) ປະ​ກາດ​ບົດ​ລາຍ​ງານ​ລວມ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ສາ​ມັນ​ຊົນ ລີ​ບີ ໃນ​ສະ​ພາບ​ປະ​ເທດ ອາບ​ຟ​ຣີ​ກາ ເໜືອນີ້​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ປະ​ທະ​ກັນ​ນອງ​ເລືອດ​​ທີ່ແກ່​ຍາວ​ໃນຫຼາຍ​ເດືອນ​ຜ່ານ​ມາ. ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ: ຫຼາຍ​ເດືອນ​ຜ່ານ​ມາ, ຢູ່​ລີ​ບີ ​ໄດ້ເກີ​ດ​ກໍ​ລະ​ນີ​ເຂັ່ນ​ຂ້າ​ມະ​ນຸດ​ນັບ​ຮ້ອຍ​ຄັ້ງ, ກໍ່​ຄື​​ສະ​ພາບ​ລີ້ໄພ​ໄດ້​ເກີດ​ຂຶ້ນ​ຢູ່​ທ​ຸກໆ​​ແຫ່ງ… ​ການຍິງ​ປືນ​ໃສ່​ເຂດ​ຊຸມ​ຊົນ, ​ການຈັບ​ຕົວ​ປະ​ກັນ…​ໄດ້ເກີດ​ຂຶ້ນ​​ຢູ່​ແຫ່ງ​ທີ່​ມີ​ການ​ປະ​ທະ​ກັນ​ລະ​ຫວ່າງ​ບັນ​ດາ​​ຝ່າຍ​ປະ​ກອບ​ອາ​ວຸດ​ຢູ່​ພາກ​ຕາ​ເວັນ​ຕົກ ລີ​ບີ, ຫຼື​ຢູ່​ນະ​ຄອນ Benghazi ພາກ​ຕາ​ເວັນ​ອອກ. ຂ້າຫຼວງ​ໃຫຍ່​ ສ​ປ​ຊ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ  UNSMIL ຖື​ວ່ານີ້​ແມ່ນ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ ແລະ ຮຽກ​ຮ້ອງ​ຕ້ອງ​ນຳ​ມາ​​ພິ​ພາກ​ສາສານ​ອາ​ຍາ​ສາ​ກົນ​ກ່ຽວ​ກັບລີ​ບີ​. ໃນ​ຂະ​ນະ​ນັ້ນ, ກຳ​ມະ​ການ​ເອີ​ລົບ (EC) ປະ​ກາດ​ຈະ​ຫັກ​ຈຳ​ນວນ​ເງິນ 2 ລ້ານ euro ຈາກກອງ​ທຶນ​ໜູນ​ຊ່ວຍ​ຮີບ​ດ່ວນ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປະ​ຊາ​ຊົນ ລີ​ບີ ຕ້ອງ​ປະ​ລະ​ເຮືອນ​ຊານ​ໄປຫຼິີ້​ໄພ.


ຂ່າວ/ບົດ​ອື່ນ