( vovworld ) – ວັນທີ 9/5, ສະຫະປະຊາຊາດກ່າວປະນາມເຫດການວາງລະເບີດແນໃສ່ຂະບວນລົດຂອງທະຫານຊີຣີ ທີ່ພວມປ້ອງກັນບັນດານັກສັງເກດການຂອງອົງການສະຫະປະຊາຊາດ. ຄຳຖະແໜງຂອງຫ້ອງວ່າການເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ເວົ້າວ່າ ເຫດການວາງລະເບີດຄັ້ງນີ້ ແລະ ການໃຊ້ຄວາມຮຸນແຮງຕ່າງໆໃນທົ່ວປະເທດຊີຣີ ໄດ້ຕັ້ງຄຳຖາມກ່ຽວກັບຄຳໝັ້ນສັນຍາຂອງຝ່າຍຕ່າງໆໃນການຢຸດຕິການໃຊ້ຄວາມຮຸນແຮງ. ບໍ່ມີນັກສັງເກດການຜູ້ໃດຖືກບາດເຈັບໃນເຫດການວາງລະເບີດຢູ່ເທດສະບານເມືອງ Dara’a, ທາງທິດໃຕ້ຊີຣີ. ປະຈຸບັນ, ບັນດາເຈົ້າໜ້າທີຂອງສະຫະປະຊາຊາດທີ່ພວມມີໜ້າຢູ່ທົ່ວທຸກແຫ່ງໃນປະເທດຊີຣີ ເພື່ອຕິດຕາມກວດກາກ່ຽວກັບການປະຕິບັດຄຳສັ່ງຢຸດຍິງ, ນີ້ແມ່ນພາກສ່ວນໜື່ງໃນແຜນການສັນຕິພາບເຊິ່ງໄດ້ຮັບການເຈລະຈາຂອງທ່ານທູດພິເສດຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ Kofi Annan.