ສະຫະປະຊາຊາດກ່າວປະນາມເຫດລອບສັງຫານພາລະກອນກູ້ຊ່ວຍມະນຸດສະທຳຢູ່ ຊູດັງ

ສະຫະປະຊາຊາດກ່າວປະນາມເຫດລອບສັງຫານພາລະກອນກູ້ຊ່ວຍມະນຸດສະທຳຢູ່ ຊູດັງ - ảnh 1
(ພາບ​ປະ​ກອບ / AFP/TTXVN)

(vovworld) - ​ ຜູ້​ຕ່າງ​ໜ້າ​ສະ​ຫະ​ປະ​ຊາ​ຊາດ​ຢູ່ ຊູ​ດັງ​ໃຕ້ ກ​່າວ​ປະ​ນາມ​ຢ່າງ​ແຮງ​​ຕໍ່ເຫດ​​ສັງ​ຫານ ​ພາ​ລະ​ກອນ​ກູ້​ຊ່ວຍ​ມະ​ນຸດ​ສະ​ທຳ ​3 ຄົນໃນ​ວັນ​ທີ 10/04 ຢູ່​ນະ​ຄອນ Wau ຂອງ​ປະ​ເທດນີ້ ແລະ ຮຽກ​ຮ້ອງ​ຈະໃຫ້​ດຳ​ເນີນ​ການ​​ສືບ​ສວນ​ເຫດ​ການນີ້ຢ່າງ​ຮີບ​ດ່ວນ. ວັນ​ທີ 15/04, ທ່ານ Eugene Owusu ຜູ້​ປະ​ສານ​ງານ​ມະ​ນຸດ​ສະ​ທ​ຳ​ຂອງ​ສະ​ຫ​ະ​ປະ​ຊາ​ຊາດ​ຢູ່ ຊູ​ດັງ​ໃຕ້, ຊີ້​ແຈ້ງ​ວ່າ ການ​ລອບ​ສັງ​ຫານ​ບັນ​ດາ​ພາ​ລະ​ກອນ​ພວມ​ປະ​ຕິ​ບັດ​​ໜ້າ​ທີ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ສະ​ບຽງ​ອາ​ຫານ​ຢູ່​ນະ​ຄອນ Wau ແມ່ນ​ຮ້າຍ​ແຮງ​ທີ່​ສຸດ. ຕາມ​ການ​ສະ​ຖິ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ, ຍອດ​ຈຳ​ນວນ​ພາ​ລະ​ກອ​ນ​ປະ​ຕິ​ບັດ​ວຽກ​ງານ​ກູ້​ຊ່ວຍ​ມະ​ນຸດ​ສະ​ທຳ​ຢູ່ ຊູ​ດັງ​ໃຕ້ ຖືກ​ລອບ​ສັງ​ຫານ​ໄດ້​ຂຶ້ນ​ເຖິງ 82 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ