ສະຫະປະຊາຊາດກ່າວເຕືອນບັນດາໄພອັນຕະລາຍ ແລະ ສິ່ງທ້າທາຍຂອງໂລກ
(ພາບປະກອບ: Reuters)
(vovworld) - ທີ່ພິທີໄຂກອງປະຊຸມຂັ້ນສູງປະຈຳປີຄັ້ງທີ 71 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 20/09, ທີ່ສຳນັກງານສະຫະປະຊາຊາດຢູ່ນິວຢອກ, ອາເມລິກາ, ກ່າວຄຳເຫັນຕໍ່ໜ້າບັນດາປະມຸດລັດ ແລະ ບັນດາລັດຖະມົນຕີການຕ່າງປະເທດທີ່ມາຈາກ 193 ປະເທດສະມາຊິກສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ຊີ້ແຈ້ງວ່າ, ບັນດາການປະທະກັນປະກອບອາວຸດນັບມື້ນັບແກ່ຍາວ ແລະ ສັບສົມ, ໃນຂະນະທີ່ບັນດາກຸ່ມຄົນຫົວຮຸນແຮງພວມນາບຂູ່ເຖິງໂຄງປະກອບຂອງສັງຄົມ. ທ່ານ Ban Ki moon ເນັ້ນໜັກເຖິງການຕໍ່ສູ້ຢູ່ຊີຣີ ພວມເຮັດໃຫ້ຫຼາຍຄົນເສຍຊີວິດແລະ ຮັບບາດເຈັບ ແລະ ກໍ່ຄວາມຂາດສະຖຽນລະພາບທີ່ກວ້າງໃຫຍ່ທີ່ສຸດໃນຈຳນວນບັນດາການປະທະກັນທີ່ພວມເກີດຂຶ້ນໃນທົ່ວໂລກ. ທ່ານ Ban Ki moon ໄດ້ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການປະທະກັນ ແລະ ເລີ່ມຕົ້ນການເຈລະຈາ. ທ່ານສະແດງຄວາມວິຕົກກັງວົນຕໍ່ວິວັດທະນາຖານສັນຕິພາບຢູ່ຕາເວັນອອກາງ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ. ກ່ຽວກັບແຫຼມເກົາຫຼີ, ທ່ານ Ban Ki moon ຖືວ່າ, ການທົດລອງນິວເຄຼຍ ຄັ້ງທີ 5 ຂອງພຽງຢາງ ພວມນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ຶນ ແລະ ໂລກ, ພ້ອມທັງກະຕຸກຊຸກຍູ້ພຽງຢາງ ປ່ຽນແປງທ່າທີກະທຳ ແລະ ປະຕິບັດພັນທະຂອງຕົນສຳລັບສາກົນ…