ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນວ່າ ​ໂທດ​ກຳ​ສົງ​ຄາມ ອາດ​ຈະ​ເກີດ​ຂຶ້ນ​ຢູ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ເລື່ອງ ຕາລີບານ ຮັບຄຸ້ມຄອງບັນດານະຄອນ ແລະ ເມືອງຕ່າງໆນັ້ນ ໄດ້ກໍ່ຄວາມຢ້ານກົວໃຫ້ແກ່ປະຊາຊົນ”, ພ້ອມທັງກ່າວເຕືອນວ່າ ການເພີ່ມທະວີບັນດາກຳລັງທະຫານລາດເພື່ອສະໜັບສະໜູນລັດຖະບານຕ້ານ ຕາລີບານ ກໍອາດຈະເຮັດໃຫ້ປະຊາຊົນປະສົບກັບຄວາມອັນຕະລາຍ.
ວັນທີ 10 ສິງຫາ, ທ່ານນາງ Michelle Bachelet - ຂ້າຫຼວງໃຫຍ່ອົງການ ສປຊ ຮັບຜິດຊອບບັນຫາສິດທິມະນຸດ ໄດ້ຮຽກຮ້ອງໃຫ້ຢຸດຕິການບຸກໂຈມຕີຄັ້ງຕ່າງໆຂອງ ຕາລີບານ ແນໃສ່ນະຄອນແຫ່ງຕ່າງໆຢູ່ ອາບການິດສະຖານ. ທ່ານນາງໃຫ້ຮູ້ວ່າ ເລື່ອງ ຕາລີບານ ຮັບຄຸ້ມຄອງບັນດານະຄອນ ແລະ ເມືອງຕ່າງໆນັ້ນ ໄດ້ກໍ່ຄວາມຢ້ານກົວໃຫ້ແກ່ປະຊາຊົນ”, ພ້ອມທັງກ່າວເຕືອນວ່າ ການເພີ່ມທະວີບັນດາກຳລັງທະຫານລາດເພື່ອສະໜັບສະໜູນລັດຖະບານຕ້ານ ຕາລີບານ ກໍອາດຈະເຮັດໃຫ້ປະຊາຊົນປະສົບກັບຄວາມອັນຕະລາຍ.
ສະ​ຫະ​ປະ​ຊາ​ຊາດ​ກ່າວ​ເຕືອນວ່າ ​ໂທດ​ກຳ​ສົງ​ຄາມ ອາດ​ຈະ​ເກີດ​ຂຶ້ນ​ຢູ່ ອາບ​ກາ​ນິດ​ສະ​ຖານ - ảnh 1ມີປະຊາຊົນຢ່າງໜ້ອຍສຸດ 241.000 ຄົນ ຕ້ອງຍົກຍ້າຍໄປແຫ່ງອື່ນ ພາຍຫຼັງການບຸກໂຈມຕີບັ້ນຕ່າງໆຂອງກຳລັງ ຕາລີບານ (ພາບ: AFP/TTXVN)

   ຕາມ ສປຊ ແລ້ວ, ມີປະຊາຊົນຢ່າງໜ້ອຍສຸດ 241.000 ຄົນ ຕ້ອງຍົກຍ້າຍໄປແຫ່ງອື່ນ ພາຍຫຼັງການບຸກໂຈມຕີບັ້ນຕ່າງໆຂອງກຳລັງ ຕາລີບານ ທີ່ເກີດຂຶ້ນເມື່ອເດືອນພະຈິກຜ່ານມາ. ຫວ່າງມໍ່ໆມານີ້, ມີຫຼາຍນະຄອນຢູ່ພາກເໜືອຂອງ ອາບການິດສະຖານ ຖືກຢຶດຄອງຢ່າງໄວວາຕໍ່ທ່ວງທ່າບຸກໂຈມຕີຂອງ ຕາລີບານ. ປະຊາຊົນນັບພັນຄົນຕ້ອງປະລະເຮືອນຊານ ແລະ ເຂົາເຈົ້າມີຄວາມຢ້ານກົວຕໍ່ການດຳລົງຊີວິດພາຍໃຕ້ການຄຸ້ມຄອງທີ່ໂຫດຮ້າຍຂອງກຸ່ມກຳລັງກະບົດດັ່ງກ່າວ ຫຼື ມີຄວາມສ່ຽງເກີດສົງຄາມຢ່າງດຸເດືອດ ຖ້າຫາກວ່າກຳລັງລັດຖະບານມານະພະຍາຍາມຍາດຊີງເອົາບັນດານະຄອນເຫຼົ່ານັ້ນຄືນ.  

 

 


ຕອບກັບ

ຂ່າວ/ບົດ​ອື່ນ