ສະຫະປະຊາຊາດກ່າວເຕືອນສະພາບເພີ່ມຈຳນວນຜູ້ຕິດພະຍາດໝາກສຸກລີງຢູ່ ອາຟະລິກາ

(VOVWORLD) - ມາຮອດປະຈຸບັນໄດ້ຢັ້ງຢືນຢູ່ 5 ປະເທດ ອາຟະລິກາຕາເວັນອອກ ແລະ ອາຟະລິກາໃຕ້ ໃນສະພາບຄວາມວິຕົກກັງວົນວ່າ ຈຳນວນຜູ້ຕິດພະຍາດອາດຈະເພີ່ມຂຶ້ນ.
ສະຫະປະຊາຊາດກ່າວເຕືອນສະພາບເພີ່ມຈຳນວນຜູ້ຕິດພະຍາດໝາກສຸກລີງຢູ່ ອາຟະລິກາ - ảnh 1ໄວຣັດໝາກສຸກລີງ
(ພາບ: AFP/TTXVN)

        ວັນທີ 03 ກັນຍາ, ຫ້ອງການປະສານງານບັນຫາມະນຸດສະທຳຂອງສະຫະປະຊາຊາດ (OCHA) ໃຫ້ຮູ້ວ່າ, ມີຜູ້ຕິດພະຍາດໝາກສຸກລີງ (mpox) ປະມານ 367 ຄົນ, ລວມທັງ 3 ຄົນເສຍຊີວິດ, ມາຮອດປະຈຸບັນໄດ້ຢັ້ງຢືນຢູ່ 5 ປະເທດ ອາຟະລິກາຕາເວັນອອກ ແລະ ອາຟະລິກາໃຕ້ ໃນສະພາບຄວາມວິຕົກກັງວົນວ່າ ຈຳນວນຜູ້ຕິດພະຍາດອາດຈະເພີ່ມຂຶ້ນ.

        ຕາມການຮັບຮອງຂອງອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດວັນທີ 27 ສິງຫາ, ມີຜູ້ຖືກສົງໃສຕິດພະຍາດ 22.863 ກໍລະນີ, 5.281 ກໍລະນີໄດ້ຮັບການຢັ້ງຢືນຕິດພະຍາດ ແລະ 622 ກໍລະນີເສຍຊີວິດທີ່ກ່ຽວຂ້ອງເຖິງໄວຣັດກໍໃຫ້ເກີດພະຍາດໝາກສຸກລີງຕ່າງໆຢູ່ ອາຟະລິກາ. ວັນທີ 14 ສິງຫາ, WHO ໄດ້ຖະແຫຼງວ່າ ພະຍາດໝາກສຸກລີງກໍ່ໃຫ້ເກີດສະພາວະສຸກເສີນກ່ຽວກັບສຸຂະພາບປະຊາຄົມໃນທົ່ວໂລກ (PHEIC), PHEIC ແມ່ນລະດັບກ່າວເຕືອນສູງສຸດຂອງ WHO ຕໍ່ພະຍາດໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ