ສະຫະປະຊາຊາດກູ້ເອົາຊີວິດຊາວອົບພະຍົບ ອາຟຣິກາ ນັບພັນຄົນ

(VOVWORLD) - ວັນທີ 09 ສິງຫາ, ຫ້ອງການເຄື່ອນຍ້າຍຖິ່ນຖານສາກົນ ສະຫະປະຊາຊາດ (IOM) ໃຫ້ຮູ້ວ່າ: 
ສະຫະປະຊາຊາດກູ້ເອົາຊີວິດຊາວອົບພະຍົບ ອາຟຣິກາ ນັບພັນຄົນ - ảnh 1(ພາບປະກອບ) 

ບັນດາທິມຊອກຫາ, ກູ້ໄພກູ້ຊີບຂອງສະຫະປະຊາຊາດ ໄດ້ກູ້ເອົາຊີວິດຊາວອົບພະຍົບ ອາຟຣິກາ ນັບພັນຄົນ ທີ່ຖືກພວກການຄ້າມະນຸດປະຖີ້ມໃນເຂດທະເລຊາຍ ຊາຮາຣາ ໃນໄລຍະຜ່ານມາ. ບົດລາຍງານຂອງ IOM ໃຫ້ຮູ້ວ່າ: ນັບແຕ່ເດືອນ ເມສາ ມາຮອດປະຈຸບັນ, ມີຊາວອົບພະຍົບປະມານ 1000 ຄົນໄດ້ຮັບການກູ້ຊ່ວຍຢູ່ທາງທິດເໜືອ ນີເກີ ໃນບັນດາການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບຂອງ IOM. IOM ໃຫ້ຮູ້ວ່າ: ທຳມະດາ, ພາຍຫລັງຜ່ານເຂດທະເລຊາຍ Tenere ຂອງ Niger ແລະ ໄດ້ເຕົ້າໂຮມຢູ່ເຂດຊາຍແດນລະຫວ່າງ ນີເກີ ແລະ ລີບີ ເປັນເວລາ 6 ວັນ, ບັນດາຜູ້ອົບພະຍົບລໍຖ້າຢູ່ຫັ້ນ ເພື່ອຜ່ານທະເລເມດີແຕຣາເນ ໄປຍັງບັນດາປະເທດ ເອີຣົບ. 

ຕອບກັບ

ຂ່າວ/ບົດ​ອື່ນ