(VOVWORLD) - ການຕໍ່ສູ້ຕ້ານພະຍາດວັນນະໂລກໃນທົ່ວໂລກ ພວມຂາດແຄນງົບປະມານຢ່າງຮ້າຍແຮງ, ປະມານ 13 ຕື້ USD ຕໍ່ປີ.
ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ (ພາບ: TTXVN) |
ຕົວເລກເປັນໜ້າເຕືອນໄພນີ້ ໂດຍທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Amina Mohammed ຍົກອອກມາທີ່ກອງປະຊຸມຂັ້ນສູງຄັ້ງທຳອິດກ່ຽວກັບພະຍາດວັນນະໂລກ ເຊິ່ງໄດ້ຈັດຕັ້ງຢູ່ນອກວາລະປະຊຸມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໃຫ້ຮູ້ວ່າ: ຫວຽດນາມ ບັນລຸໄດ້ເປົ້າໝາຍສະຫັດສະວັດກ່ຽວກັບການຫລຸດຜ່ອນພະຍາດວັນນະໂລກ, ມະຕິສູນກາງພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ຮອດປີ 2030 ປອດພະຍາດວັນນະໂລກໂດຍພື້ນຖານ, ແລະ ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດ ແມ່ນປອດພະຍາດວັນນະໂລກ ດ້ວຍຄວາມຮັບຜິດຊອບຂອງຂະແໜງການ, ທຸກຂັ້ນ ແລະ ຂອງວົງຄະນະຍາດໃຫ້ໜ້າທີ່ສຳຄັນທີ່ສຸດນີ້.
ຕາງໜ້າລັດຖະບານ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໄດ້ຍົກອອກຄຳໝັ້ນສັນຍາວ່າຈະປະຕິບັດໂຄງການປອດພະຍາດວັນນະໂລກໃຫ້ປະສົບຜົນສຳເລັດ, ເພື່ອຜົນປະໂຫຍດລວມຂອງທົ່ວມວນມະນຸດ, ເພື່ອຊີວິດທີ່ປອດໄພ ແລະ ດີງາມກ່ວາຂອງຄົນລຸ້ນປັດຈຸບັນ ແລະ ຄົນລຸ້ນຫລັງ. ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນບັນດຄວາມມານະພະຍາຍາມລວມ ເພື່ອບໍ່ປະໃຫ້ບຸກຄົນໃດ, ປະເທດໃດຖືກທົດຖອຍໃນການບັ້ນຮົບແນໃສ່ “ລົບລ້າງ” ພະຍາດວັນນະໂລກໃນປີ 2030.