ສະຫະປະຊາຊາດຊຸກຍູ້ອິດສະຮາແອນ ແລະ ປາແລດສະຕີນ ເຊື່ອມຕໍ່ການເຈລະຈາ

ສະຫະປະຊາຊາດຊຸກຍູ້ອິດສະຮາແອນ ແລະ ປາແລດສະຕີນ ເຊື່ອມຕໍ່ການເຈລະຈາ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon
( ພາບ: guardian.co.uk )

(vovworld)-​ເຊື່ອມ​ຕໍ່​ການ​ເຈລະຈາ​ໂດຍ​ກົງລະຫວ່າງອິດສະ​ຮາ​​ແອນ ​ແລະ ປາ​ແລດ​ສະຕີ​ນ ​ແມ່ນ​ບັນຫາ​ຕົ້ນ​ຕໍ່​ເພື່ອ​ໃຫ້​ສອງ​ຝ່າຍ​ບັນລຸ​ຂໍ້​ຕົກລົງ​ຕາມ​ມາດ​ຕະການ 2 ລັດ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ທີ່​ການ​ປະຊຸມ​ສາກົນ​ກ່ຽວ​ກັບ​ຫົວ​ເລື່ອງ ”ຄຳ​ຖາມ​ຂອງ ປາ​ແລດ​ສະຕີ​ນ” ​ເຊິ່ງຈັດ​ຂຶ້ນ​ຢູ່​ເຊີ​ແນວ​ແຫ່ງ​ປະ​ເທດ​ສະ​ວິດ ​ໃນ​ວັນ​ທີ 3/4. ສານ​ຂອງ​ທ່ານເລຂາທິການ​ໃຫຍ່ ສປຊ Ban Ki Moon  ຊີ້​ແຈ້ງ​ເຖິງ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງທີ່​ພາ​ໃຫ້ອິດສະ​ຮາ​​ແອນ ​ແລະ ປາ​ແລດ​ສະຕີ​ນ ບໍ່​ສາມາດ​ມີ​ທັດສະນະ​ລວມ​​ເພື່ອ​ສືບ​ຕໍ່​ການ​ປຶກສາ​ຫາລື​ຄັ້ງຕ່າງໆ​ໄດ້. ທ່ານ Ban Ki Moon  ກໍ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນຫາ​ອັນ​ຮີບ​ດ່ວນ​ຈຳນວນ​ໜຶ່ງ​ລະຫວ່າງ​ສອງ​ຝ່າຍ ​ເຊິ່ງຮຽກຮ້ອງ​ໃຫ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະຊາ​ຄົມ​ໂລກ, ໃນ​ນັ້ນ​ມີ​ສະພາບ​ການ​ກັກ​ຂັງ​ບັນດາ​ນັກ​ໂທດ​ປາ​ແລດ​ສະ ຕີ​ນ.

ຂ່າວ/ບົດ​ອື່ນ