ສະຫະປະຊາຊາດຊົມເຊີຍຄຳສັ່ງຢຸດຍິງມະນຸດສະທຳຢູ່Yemen
(ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon)
(vovworld) - ວັນທີ 26/07, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ຊົມເຊີຍແຈ້ງການຂອງທະຫານປະສົມອາຣັບ ທີ່ຢຸດຍິງພຽງລຳພັງຝ່າຍດຽວໃນເວລາ 5 ວັນ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວມະນຸດສະທຳຢູ່ Yemen. ຄຳສັ່ງຢຸດຍິງເລີ່ມແຕ່ 0 ໂມງວັນທີ 27/07 (ຕາມເວລາທ້ອງຖິ່ນ). ໃນແຈ້ງການໜຶ່ງ, ທ່ານເລຂາທິການໃຫຍ່ Ban Ki Moon ໄດ້ຮຽກຮ້ອງໃຫ້ພວກກະບົດ Houthi ແລະ ທຸກຝ່າຍທ່ີກ່ຽວຂ້ອງຮັບຮູ້ ແລະ ປະຕິບັດຄຳສັ່ງຢຸດຍິງມະນຸດສະທຳ “ເພື່ອຜົນປະໂຫຍດຂອງປະຊາຊົນ Yemen”, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກເຄື່ອນໄຫວມະນຸດສະທຳສຳພັດກັບປະຊາຊົນທີ່ພວມຕ້ອງການໄດ້ຮັບການຊ່ວຍເຫຼືອ.
ແຕ່ວ່າ, ພາຍຫຼັງຄຳສັ່ງຢຸດຍິງມີຜົນສັກສິດ, ບັນດາມືປືນ Houthi ໄດ້ບຸກໂຈມຕີຫຼາຍແຫ່ງ, ໃນນັ້ນມີນະຄອນຫຼວງ Sanaa ແລະ ແຂວງ Taiz.