ສະຫະປະຊາຊາດຕໍ່ກຳນົດເວລາໃຫ້ໜ້າທີ່ຮັກສາສັນຕິພາບຢູ່ຊາຍແດນຊູດັງແລະຊູດັງໃຕ້
(ພາບປະກອບ)
(vovworld) - ວັນທີ 14/7 ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຕົກລົງ ຕໍ່ກຳນົດເວລາປະຕິບັດໜ້າທີ່ໃຫ້ກຳລັງຮັກສາສັນຕິພາບຊົ່ວຄາວຂອງສະຫະປະຊາຊາດຢູ່ Abyei, ເຂດທີ່ມີຊັບພະຍາກອນຢ່າງຫຼວງຫລາຍທີ່ພວມເກີດຄວາມຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້, ໃນຂອບເຂດຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມປອດໄຟ ແລະ ປົກປັກຮັກສາສາມັນຊົນໃນເຂດຂັດແຍ້ງນີ້. ມະຕິດັ່ງກ່າວໂດຍ 15 ສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາ, ເນັ້ນໜັ້ກເຖິງສະພາບເພີ່ມຄວາມເຄັ່ງຕຶງຢູ່ Abyei ແລະ ເຂດຢູ່ລຽບຕາມເສັ້ນຊາຍແດນລະຫວ່າງ ຊູດັງ ແລະ ຊູດັງໃຕ້ ແມ່ນ “ໄພຂົ່ມຂູ່ຢ່າງຮ້າຍແຮງສຳລັບສັນຕິພາບ, ຄວາມປອດໄພໃນພາກພື້ນ ແລະ ສາກົນ”. ໜ້າທີ່ຂອງກຳລັງຮັກສາສັນຕິພາບຊົ່ວຄາວຂອງສະຫະປະຊາຊາດຢູ່ Abyei (UNISFA) ຖືກແກ່ຍາວເຖິງວັນທີ 15/12 ປີນີ້.