(vovworld) - ວັນທີ 28/9, ຢູ່ສຳນັກງານ ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 67 ໄດ້ຈັດກອງປະຊຸມສຳມະນາຂັ້ນສູງ, ປຶກສາຫາລືມາດຕະການຕ້ານທຸກຮູ້ບການກໍການຮ້ອຍນິວເຄຼຍ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ໄດ້ກ່າວຄຳເຫັນໂດຍຢືນຢັນວ່າ ໜຶ່ງໃນບັນດາໄພນາບຂູ່ອັນຕະລາຍທີ່ສຸດສຳຫຼັບມະນຸດ ແລະ ສິ່ງແວດລ້ອມໃນປະຈຸບັນແມ່ນບັນດາມືປືນມີວັດຖຸນິວເຄຼຍ ຫຼື ອາວຸດນິວເຄຼຍ. ຕາມທ່ານ Ban Ki Moon ແລ້ວ, ປະຈຸບັນມີບາງອົງການ, ກຸ່ມກໍການຮ້າຍໄດ້ເປີດເຜີຍຄວາມຫວັງກຳມະສິດອາວຸດລ້າງຜານ, ກໍຄືຊອກຫາພະລັງງານນິວເຄຼຍແບບປິດລັບເພື່ອຜະລິດອາວຸດປະເພດນີ້. ເພາະສະນັ້ນ, ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ທຸກປະເທດຈົ່ງພ້ອມກັນຮ່ວມມື ແລະ ນຳໃຊ້ທຸກອຸປະກອນເພື່ອທັບມ້າງກົນອຸບາຍທີ່ມຶດມົວນີ້, ເດັດດຽວບໍ່ປະໃຫ້ວັດຖຸນິວເຄຼຍຕົກເຂົ້າກຳມືຂອງພວກກໍການຮ້າຍ.