ສະຫະປະຊາຊາດສະໜັບສະໜູນຫວຽດນາມປົກປ້ອງແລະຊຸກຍູ້ສິດທິມະນຸດ

ສະຫະປະຊາຊາດສະໜັບສະໜູນຫວຽດນາມປົກປ້ອງແລະຊຸກຍູ້ສິດທິມະນຸດ - ảnh 1
ພິທີ​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດນາມ ຕາມກົນ​ໄກ​ກວດກາ​ເປັນ​ປະ​ຈຳ (UPR) ​ໄລຍະ 2

(​vovworld) – ພິທີ​ປະກາດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຂອງ​ຫວຽດນາມ ຕາມກົນ​ໄກ​ກວດກາ​ເປັນ​ປະ​ຈຳ (UPR) ​ໄລຍະ 2 ຂອງ​ສະພາ​ສິດທິ​ມະ​ນຸດ​ສະຫະ​ປະຊາ​ຊາດ ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/12 ຢູ່​ຮ່າ​ໂນ້ຍ. ທ່ານ ຮ່ວາງຈີ໋ຈູງ, ຫົວໜ້າກົມ​ບັນດາ​ອົງການ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້ຮູ້ວ່າ: ຫວຽດນາ​ມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ​ສະພາ​ສິດທິ​ມະນຸດ ສປຊ ດ້ວຍ​ບັດ​ສະໜັບສະໜູນ​ສູງ. ນັ້ນ​ແມ່ນ​ການ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ບັນດາ​ຜົນງານ​ໃນ​ພາລະກິດ​ປ່ຽນ​ໃໝ່​ຮອບດ້ານ, ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ​ໝາກຜົນ​ຕັ້ງໜ້າ​ທີ່​ບັນລຸ​ໄດ້​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ຫວຽດນາມ. ນີ້​ກໍ່​ແມ່ນ​ຜົນສຳ​ເລັດ​ຂອງ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ, ສະ​ແດ​ງ​ໃຫ້​ເຫັນອິດ​ທິພົນ​ຊື່​ສຽງ, ທີ່​ຕັ້ງ​ສາກົນ​ທີ່ນັບ​ມື້​ນັບ​ເພີ່ມ​ຂື້ນ ​ແລະ ການ​ຕີ​ລາຄາ​ສູງ​ຂອງ​ສາກົນ​ທີ່​ມີຕໍ່​ບົດບາດ, ການ​ປະກອບສ່ວນ​ຂອງ ຫວຽດນາມ ຢູ່ ສປຊ ​​ແລະ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ອື່ນໆ.

    ທ່າ​ນນາງ Pratibha Mehta, ຜູ້​ປະສານ​ງານ​ປະຈຳ ສປຊ ອວຍພອນ​ໃຫ້ ຫວຽດນາມ ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ​ອາຍຸ​ການ 2014 – 2016. ​ເລື່ອງ​ຫວຽດນາມ ​ໄດ້​ຮັບ​ການ​ເລື​ອກຕັ້ງ​ນັ້ນສະ​ແດງ​ໃຫ້​ເຫັນ ລັດຖະບານ ຫວຽດນາມ ​​ໄດ້ເພີ່ມ​ທະວີ​​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ສິດທິ​ມະນຸດ​ໃນ​ຊຸມ​ປີຜ່ານມາ. ​​ໂດຍແມ່ນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ, ຫວຽດນາມ ​ໄດ້​ໃຫ້​ຄຳໝັ້ນ​ສັນຍາ​ຮັກສາ​ບັນດາ​ມາດຖານ​ສູງ​ສຸດ​ກ່ຽວ​ກັບ​ການຊຸກ​ຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ.

ຂ່າວ/ບົດ​ອື່ນ