ສະຫະປະຊາຊາດສ້າງຕັ້ງຄະນະກຳມະການຊຸກຍູ້ການພັດທະນາຢ່າງໝັ້ນຄົງ

ສະຫະປະຊາຊາດສ້າງຕັ້ງຄະນະກຳມະການຊຸກຍູ້ການພັດທະນາຢ່າງໝັ້ນຄົງ - ảnh 1
( ພາບປະກອບ )

( vovworld ) -    ວັນ​ທີ 31/7, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​ສະມາຊິກ​ຄະນະກຳມະການ​ຂັ້ນ​ສູງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ກ່ອນ​ປີ 2015 ​​ແລະ ສຳ​ເລັດ​ບັນດາ​​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ. ບັນຊີ​ລາຍ​ຊື່ບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ​ນີ້ ​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ກອງ​ປະຊຸມ​ພັດທະນາ​ຢ່າງ​ໝັ້ນຄົງ​​ຢູ່ໃນໂລກ (Rio + 20), ຂອງ​ທ່ານເລຂາທິການ​ໃຫຍ່​ Ban Ki moon ທີ່​ກອງ​ປະຊຸມ​ໃຫຍ່ສະຫະ​ປະຊາ​ຊາດ. ກອນ​ໜ້າ​ນັ້ນ, ​​ໃນ​ເດືອນ 5 ທີ່​ຜ່ານ​ມາ, ທ່ານ Ban Ki moon ​ໄດ້ປະກາດ​ສ້າງ​ຕັ້ງຄະນະກຳມະການ​ຂັ້ນ​ສູງເພື່ອ​ຊຸກຍູ້​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ ​ໂດຍ​ທ່ານ​ປະທານາທິບໍດີ​ອີນ​ໂດ​ເນ​ເຊຍ, ທ່ານ​ປະທານາທິບໍດີ ລີ​ເບຣີອາ ​ແລະ ທ່ານ​ນາຍົກລັດຖະມົນຕີອັງກິດ ນຳ​ໜ້າ. ທ່ານ Ban Ki moon ​ໃຫ້​ຮູ້​ວ່າ ຄະນະ​ກຳມະການ ດ້ວຍ​ສະມາຊິກ 26 ຄົນ ທີ່​ມາ​ຈາກ​ບັນດາ​ພາກ​ພື້ນ​ທີ່​ແຕກ​ຕ່າງ​ກັນ​ຢູ່ໃນ​ໂລກ, ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ໃນ​ທ້າຍ​ເດືອນ 9, ຢູ່​ນອກ​ກອງ​ປະຊຸມ​ຂອງ​ກອງ​ປະຊຸມ​ໃຫຍ່​ສະຫະ​ປະ​ຊາ​ຊາດ. ວຽກ​ງານ​ຂອງ​ຄະນະ​ກຳມະການ ຈະ​ໄດ້​ສົມທົບ​ກັບ​ວຽກ​ງານ​ຂອງ​ກຸ່ມປະຕິບັດງານ​ລະຫວ່າ​ງລັດຖະບານ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສ້າງ​ບັນດາ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ ຄື​ດັ່ງ​ໄດ້​ຮັບ​ການ​ເຫັນ​ດີ​​ເປັນ​ເອກະ​ພາບຢູ່ Rio + 20.


ຂ່າວ/ບົດ​ອື່ນ