(VOVWORLD) - ວັນທີ 01 ພະຈິກ ທີ່ນິວຢອກ ປະເທດ ອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 71
ສະຫະປະຊາຊາດ (ພາບ: AFP/TTXVN) |
ມີການປະຊຸມຄົບຄະນະເພື່ອແນໃສ່ ຮັບຮອງເອົາມະຕິກ່າວປະນາມຄຳສັ່ງຂວ້ຳບາດຂອງ ອາເມລິກາ ສຳລັບ ກູບາ, ດ້ວຍອັດຕາສ່ວນບັດສະໜັບສະໜູນແມ່ນ 191 ບັດ / 193 ບັດ. ອາເມລິກາ ແລະ ອິດສະລາແອັນ ໄດ້ປ່ອນບັດຄ້ານ ແທນທີ່ປ່ອນບັດຂາວຄືປີກາຍ. ນີ້ເປັນຄັ້ງທີ 26 ຢ່າງຕໍ່ເນື່ອງ ທີ່ບັນດາປະເທດສະມາຊິກສະຫະປະຊາຊາດສ່ວນຫລາຍໄດ້ສະແດງການສະໜັບສະໜູນຕໍ່ມະຕິທີ່ມີຊື່ວ່າ: ບົດລາຍງານ “ຄວາມຈຳເປັນ ຕ້ອງຢຸດຕິຄຳສັ່ງຂວ້ຳບາດເສດຖະກິດ, ການຄ້າ ແລະ ການເງິນ ໂດຍອາເມລິກາ ຈັດວາງຕ້ານ ກູບາ” ຊຶ່ງລັດຖະບານ ກູບາ ຍື່ນສະເໜີປະຈຳປີ.
ກ່າວຄຳເຫັນຕໍ່ໜ້າສະມັດຊາໃຫຍ່, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ ການຈັດວາງບັນດາມາດຕະການຂວ້ຳບາດເສດຖະກິດ, ການເງິນ, ການຄ້າຕ້ານ ກູບາ ແມ່ນການກະທຳພຽງລຳພັງຝ່າຍດຽວ, ຂາດຄວາມຍຸຕິທຳ, ບໍ່ເໝາະສົມກັບບັນດາຂໍ້ກຳນົດຂອງກົດໝາຍສາກົນ ແລະ ບັນດາຫຼັກການຂອງກົດບັດສະຫະປະຊາຊາດ.