ທ່ານເລຂາທິການໃຫຍ່ ສປຊ Ban Ki – moon
|
(vovworld) – ວັນທີ 12/3, ທ່ານເລຂາທິການໃຫຍ່ ສປຊ Ban Ki – moon ໄດ້ເນັ້ນໜັກຮຽກຮ້ອງໃຫ້ຢຸດຕິການປະທະກັນຢູ່ ຊີຣີ ທີ່ໄດ້ກ້າວເຂົ້າສູ່ປີທີ 5, ໃນນັ້ນ, ຫົວໜ້າບັນດາອົງການມະນຸດສະທຳ ສປຊ ຮຽກຮ້ອງຕ້ອງມີການໜູນຊ່ວຍຫຼາຍກ່ວາອີກຈາກປະຊາຄົມໂລກ ເພື່ອຊ່ວຍເຫຼືອປະຊາຊົນນັບລ້ານຄົນຂອງປະເທດ ຕາເວັນອອກກາງນີ້ ໃຫ້ອອກຈາກສົງຄາມທີ່ດຸເດືອດນີ້. ທ່ານເລຂາທິການໃຫຍ່ Ban Ki – moon ຊີ້ແຈ້ງສະພາບການຫຍຸ້ງຍາກ, ລຳບາກ ຂອງປະຊາຊົນ ຊີຣີ ໃນບັ້ນຮົບທີ່ພວມຕັດແຍກປະເທດ. ທ່ານຮຽກຮ້ອງໃຫ້ປະຊາຄົມໂລກ ຕ້ອງພ້ອມກັນກະທຳ ເພື່ອແນໃສ່ບັນລຸໄດ້ມາດຕະການການເມືອງ ໃຫ້ແກ່ “ການປະທະກັນບໍ່ເປັນທຳນີ້”, ຊ່ວຍໃຫ້ປະຊາຊົນ ຊີຣີ ຫລຸດພົ້ນອອກຈາກສະພາບລຳບາກຫຍຸ້ງຍາກ ແລະ ສ້າງສາອະນາຄົດດີງາມກ່ວາໃຫ້ແກ່ເຂົາເຈົ້າ ກໍ່ຄືທົ່ວພາກພື້ນ ຕາເວັນອອກກາງ.