ສະຫະປະຊາຊາດຮຽກຮ້ອງເຄົາລົບກົດໝາຍສາກົນເມື່ອປົກປ້ອງຊາວ ຊີຣີ
ອາເມລິກາ ບຸກໂຈມຕີໃສ່ ຊີຣີ
(ພາບ: AP)
(vovworld) - ກ່າວຄຳເຫັນກ່ອນທີ່ຈະດຳເນີນກອງປະຊຸມດ່ວນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ຊີຣີ, ເຈົ້າໜ້າທີ່ຮັບຜິດຊອບບັນດາບັນຫາດ້ານການເມືອງຂອງ ສະຫະປະຊາຊາດທ່ານ Jeffrey Feltman ຖະແຫຼງວ່າ: ຕ້ອງມີການກະທຳໃນທັນທີເພື່ອປົກປ້ອງຊາວ ຊີຣີ, ແຕ່ການກະທຳນັ້ນ ຕ້ອງ “ອີງໃສ່ບັນດາຫຼັກການຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ”. ເຖິງຢ່າງໃດກໍ່ຕາມ, ທີ່ສະພາຄວາມໝັ້ນຄົງ ທ່ານ Nikki Haley ເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດຊີ້ແຈ້ງວ່າ: ອາເມລິກາ ພ້ອມແລ້ວທີ່ຈະມີການກະທຳດ້ານການທະຫານຢູ່ ຊີຣີ ຕື່ມອີກ ແຕ່ຫວັງວ່າ ຈະບໍ່ຕ້ອງເຮັດຄືແນວນັ້ນ. ໃນຂະນະນັ້ນ ທ່ານ Vladimir Safronkov ອັກຄະລັດຖະທູດ ລັດເຊຍ ປະຈຳສະຫະປະຊາຊາດ ໄດ້ກ່າວປະນາມຢ່າງຂ້ຽວຂາດຕໍ່ການບຸກໂຈມຕີໃສ່ ຊີຣີ ຂອງ ອາເມລິກາ ເຊິ່ງທ່ານຖືວ່າ ແມ່ນຜິດກົດໝາຍ, ພ້ອມທັງກ່າວເຕືອນວ່າ ການກະທຳປີນຂັ້ນໄດນີ້ຂອງ ອາເມລິກາ ອາດຈະກໍ່ຜົນຮ້າຍຢ້ອນຫລັງທີ່ຮ້າຍແຮງສຳລັບສະຖຽນລະພາບຂອງພາກພື້ນ ແລະ ສາກົນ.