ສະຫະພັນລັດເຊຍພິຈາລະນາການມອບໂອນເຕັກໂນໂລຢີຜະລິດ ວັກຊິນ Sputnik V ຢູ່ຫວຽດນາມ

(VOVWORLD) -    ຕອນບ່າຍວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ
ສະຫະພັນລັດເຊຍພິຈາລະນາການມອບໂອນເຕັກໂນໂລຢີຜະລິດ ວັກຊິນ Sputnik V  ຢູ່ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເຈລະຈາທາງໂທລະສັບກັບທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ

   ການນຳທັງ 2 ໄດ້ຢືນຢັນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນຫວຽດນາມ-ລັດເຊຍໄດ້ມີບັນດາບາດກ້າວຫັນປ່ຽນຢ່າງຕັ້ງໜ້າ. 2 ຝ່າຍໄດ້ເນັ້ນໜັກເຖິງການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນຫວຽດນາມ-ລັດເຊຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຊຶ່ງຄວນໄດ້ຮັບການເສີມຂະຫຍາຍໃຫ້ເໝາະສົມ.

      ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໃຫ້ຮູ້ວ່າ ຫວຽດນາມມີຄວາມຫວັງຢາກຮ່ວມມືກັບລັດເຊຍໃນຂົງເຂດມອບໂອນເຕັກໂນໂລຢີຜະລິດ ວັກຊິນກັນໂຄວິດ-19 ຢູ່ຫວຽດນາມ.

    ສ່ວນທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ ໃຫ້ຮູ້ວ່າ  ສະຫະພັນລັດເຊຍພວມພິຈາລະນາການມອບໂອນເຕັກໂນໂລຢີຜະລິດ ວັກຊິນ ຢູ່ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ