ສະຫະພັນລັດເຊຍແມ່ນຕະຫຼາດບົ່ມຊ້ອນຂອງນະຄອນໂຮ່ຈີມິນ

ສະຫະພັນລັດເຊຍແມ່ນຕະຫຼາດບົ່ມຊ້ອນຂອງນະຄອນໂຮ່ຈີມິນ - ảnh 1
ເວ​ທີ​ປາ​ໄສນັກ​ທຸ​ລ​ະ​ກິດ​ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
photo: vov.vn

(vovworld)
- ຕອນ​ເຊົ້າ​ວັນ​ທີ 8/10, ຫ້ອງ​ການ ການ​ຄ້າ ແລະ ອຸດ​ສາ​ຫະ​ກຳຫວຽດ​ນາມ ​ສາ​ຂາ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ ການ​ຄ້າ​ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ. ທີ່​ເວ​ທີ​ປາ​ໄສ, ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ປາ​ດ​ຖະ​ໜາ​ ຢາກ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ລົງ​ທຶນ​ເຂົ້າ​ຕະຫຼາດ​ລັດ​ເຊຍກວ່າ​ອີກ. ສ່ວນ​ຝ່າຍ​ລັດ​ເຊຍ, ມີຫຼາຍ​ວິ​ສາ​ຫະ​ກິດ​ຢາກ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ​ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕ​ນິກ, ນ້ຳ​ມັນ​ອາຍ​ແກັດ, ຜະ​ລິດ​ເຄື່ອງ​ຈັກ​ຕໍ່​ກ່ຳ​ປັ່ນ, ເຕັກ​ໂນ​ໂລ​ຊີ​ຂຸດ​ຄົ້ນ​ບໍ່​ແຮ່, ການ​ຢາ ແລະ ອຸ​ປະ​ກອນ​ການ​ແພດ……ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານນາງ ຫງວຽນ​ທິ​ຮົງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ເນັ້ນ​ໜັກ​ວ່າ :

ນະ​ຄອນ​ໂຮ່​ຈີ​ມິນ​ຍາມ​ໃດ​ກໍ່​ຖື​ລັດ​ເຊຍ​ແມ່ນ​ຕະຫຼາດ​ຈຸດ​ສຸມ ແລະ ບົ່ມ​ຊ້ອນ. ໃນໄລ​​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ມີ​ແຜນ​ການ​ຢ່າງ​ລະ​ອຽດ, ເລິກ​ເຊິ່ງ, ກວ້າງ​ຂວາງ​ ເຂົ້າ​ຕະຫຼາດ​ລັດ​ເຊຍ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ : ທີ່​ເວ​ທີ​ປາ​ໄສ​ຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ຮັບ​ຮູ້​ໄດ້ຫຼາຍ​ຂໍ້​ມູນ​ຂ່າວ ແລະ ເຊື່ອມ​ຕໍ່, ຕິດ​ພັນ​ກັບ​ຕະຫຼາດ​ລັດ​ເຊຍ​ເລິກ​ເຊິ່ງກວ້າງ​ຂວາງກວ່າ​ອີກ ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ : ຄຸນ​ນະ​ພາບ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ຈະ​ເຮັດ​ໃຫ້​ລູກ​ຄ້າ​ລັດ​ເຊຍ​ເພິ່ງ​ພໍ​ໃຈ

ໃນ​ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​​ມື​ດ້ານເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ​ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ. ວົງ​ເງິນ​ແລກ​ປ່ຽນ​ສິນ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ ປີ 2013 ບັນ​ລຸ​ໄດ້​ເກືອບ 2,8 ຕື້​ໂດ​ລາ​ສະ​ຫະ​ລັດ. 9 ເດືອນ​ຜ່ານ​ມາ, ຍອດ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂອງ 2 ຝ່າຍ​ບັນ​ລຸ​ໄດ້ 1,8  ຕື້​ໂດ​ລາ​ສະ​ຫະ​ລັດ. ສະ​ເພາະ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ​ມາຮອດ​ປະ​ຈຸ​ບັນ​ມີເຖິງ 20 ໂຄງ​ການ​ລົງ​ທຶນ​ຂອງ​ລັດ​ເຊຍ ດ້ວຍ​ຈຳ​ນວນ​ເງິນ​ລົງ​ທຶນກວ່າ 44 ລ້ານ​ໂດ​ລາ​ສະ​ຫະ​ລັດ. ລັດ​ເຊຍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ 10 ​ປະ​ເທດ​ຂົງ​ເຂດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​​ໄປຢ້ຽ​ມ​ຢາມ​ນະ​ຄອນຫຼວງຫຼາຍ​ທີ່​ສຸດ.

ຂ່າວ/ບົດ​ອື່ນ