ສະຫະພັນອາຣັບຮຽກຮ້ອງໃຫ້ມີມາດຕະການດ້ານການເມືອງເພື່ອແກ້ໄຂວິກິດການຢູ່ຊີຣີ

ສະຫະພັນອາຣັບຮຽກຮ້ອງໃຫ້ມີມາດຕະການດ້ານການເມືອງເພື່ອແກ້ໄຂວິກິດການຢູ່ຊີຣີ - ảnh 1
ບັນດາການນຳ ອາຣັບ ເຂົ້າຮ່ວມກອງປະຊຸມ
ພາບ:baomoi.com


(vovworld) - ພາຍຫລັງ​ດຳ​ເນີນ​ການ​ປະ​ຊຸມ​ມາ​ເປັນ​ເວລາ 2 ມື້ ຢູ່ ຄູ​ເວດ, ວັນ​ທີ 26/3, ກອງ​ປະຊຸມ​ສຸດ​ຍອດ​ສະຫະພັນ ອາຣັບ (AL) ຄັ້ງ​ທີ 25 ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ, ​ໃນ​ນັ້ນ ຮຽກຮ້ອງ​​ໃຫ້​ມີມາດ​ຕະການ​ການ​ເມືອງ​​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ຝ່າຍ​ຄ້ານຢູ່​ຊີຣີ ພວມ​ຮຽກຮ້ອງ​ຕ້ອງການ​ໄດ້​ຮັບ​ການ​ສະຫນອງ​ອາວຸດ​ທັນ​ສະ​ໄຫມ​ເພື່ອ​ເພີ່ມ​ກຳລັງ​ແຮງ​ຢູ່​ສະຫນາ​ມຮົບ. ​ໃນຖະ​ແຫລ​ງການ​ຮ່ວມ, ບັນດາ​ການ​ນຳ ອາຣັບ ​ໄດ້​ຮຽກຮ້ອງ​​ໃຫ້​ມີມາດ​ຕະການ​ການ​ເມືອງ​​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່ ຊີຣີ ​ໂດຍ​ອີງ​ໃສ່​ເນື້ອ​ໃນ​ແຈ້ງ​ການ​ຫນັງສືພິມ​ຂອງ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ ຊີຣີ ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ໃນປີ 2012 ​ແລະ ຮຽກຮ້ອງ​ດຳ​ເນີນ​ການ​ມອບ​ໂອ​ນສິດ​ອຳນາດ​ໂດຍ​ສັນຕິ​ວິທີ​ຢູ່​ປະ​ເທດ​ນີ້.

ກ່ຽວ​ກັບ​ວິວັດທະນາ​ການ​ສັນຕິພາບ​ຢູ່ ຕ​າ​ເວັນ​ອອກ​ກາງ, ບັນດາ​ການ​ນຳ ອາຣັບ ສະ​ແດງ​ການ​ສະຫນັບສະ​ຫນູນ​ຢ່າງ​ສິ້ນ​ເຊິ​ງສຳລັບ​​ເລື່ອງ ປາ​ແລດ​ສະ​ຕີນ ປະຕິ​ເສດ​ຮັບຮອງ ອິດສະຣ​າ​ແອນ ​ແມ່ນ​ປະ​ເທດ​ຊາວ​ຢີວ- ຊື່​ງ​ແມ່ນ​ບັນຫາ​ພວມ​ນາບ​ຂູ່​ການ​ທຳລາຍ​ວິວັດທະນາ​ການ​ສັນ​ຕິ​ພາບ ​ໂດຍ​ອາ​ເມ​ລິ​ກາ ນຳ​ຫນ້າ.

 

 

 

ຂ່າວ/ບົດ​ອື່ນ