ສະຫະພາບເອີລົບປາດຖະໜາຢາກຮ່ວມເດີນທາງພ້ອມກັບຫວຽດນາມບົນເສັ້ນທາງພັດທະນາ

ສະຫະພາບເອີລົບປາດຖະໜາຢາກຮ່ວມເດີນທາງພ້ອມກັບຫວຽດນາມບົນເສັ້ນທາງພັດທະນາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢູ້ງ ​ແລະ ​ທ່ານ​ນາງ Katherine Ashton
(ພາບ: vtc)

(vovworld) – ຕອນ​ບ່າຍ​ວັນ​ທີ 12/8, ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢູ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Katherine Ashton, ຮອງ​ປະທານ​ຄະນະ​ກຳມະການ ​ເອີ​ລົບ (EC), ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ ​ເອີ​ລົບ (EU) ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພັດທະນາ​ການ​ພົວພັນ​ກັບ ອີ​ຢູ ​ແລະ ບັນດາ​ປະ​ເທດສະມາຊິກ​, ປາດ​ຖະໜາ​ພ້ອມ​ກັບ ອີ​ຢູ ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ພົວພັນລະຫວ່າງ 2 ຝ່າຍ​​ໃຫ້ນັບ​ມື້​ນັບ​ແທດ​ຈິງ ​ແລະ ມິ​ສິດທິ​ຜົນ​ກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ໃຫ້ ອີ​ຢູ ​ໃຫ້​ສັດຕະຍາບັນ​ສັນຍາ​ການ​ຄ້າ​ເສລີ (FTA) ຫວຽດນາມ - ອີ​ຢູ ​ໂດຍ​ໄວ.

    ສ່ວນ​ທ່ານ​ນາງປະທານ Katherine Ashton ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ນາງ​ ​ແລະ ກາ​ນຢ້ຽມຢາມ​ ຫວຽດນາມ ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານ EC Manuel Barroso ກໍ່​ຄື​ການ​ພົບ​ປະ​ເປັນ​ປະຈຳ​ລະຫວ່າງ 2 ຝ່າຍ​ສະ​ແດງ​ຄວາມ​ປາດ​ຖະໜາ​ຂອງ ອີ​ຢູ ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນ​ກັບ ຫວຽດນາມ ຍິ່ງກ່ວາ​ອີກ. ທ່ານ​ນາງ Katherine Ashton ປະກາດ ອີ​ຢູ ຕົກລົງ​ເພີ່ມ​ການ​ໜູນ​ຊ່ວຍທຶນ ODA ຕື່ມ​ອີກ 30% ​ເມື່ອ​ທຽບ​ໃສ່​ໄລຍະ​ກ່ອນ​ໃຫ້​ແກ່ ຫວຽດນາມ ​ໃນ​ໄລຍະ 5 ປີ​ຈະ​ມາ​​ເຖິງ​ຢ່າງ​ເປັນ​ທາງ​ການ ​ແລະ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ ອີ​ຢູ ​ໃນ​ວິວັດທະນາ​ການ​ຮ່ວມ​ມື​ກັບ ຫວຽດນາມ ກໍ່​ຄື​ປາດ​ຖະໜາ​ຢາກ​ຮ່ວມ​ເດີນທາງ​ພ້ອມ​ກັບ ຫວຽດນາມ ​ໃນ​ເສັ້ນທາງ​ພັດທະນາ.

    ​ເມື່ອ​ເຕື້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາງ​ຮອງ​ປະທານ EC ຫວັງ​ວ່າຄວາມ​ມານ​ະພະຍາຍາມ​ຂອງ ອາ​ຊຽນ​ເພື່ອ​ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່ທະ​ເລ​ຕາ​ເວັນ​ອອກ (COC) ກັບ ຈີນ ຈະ​ແມ່ນ​ພື້ນຖານ​ດ້ານ​ກົດໝາຍ​ສຳຄັນ​ເພື່ອ​ຮັບປະກັນ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ. ທ່ານ​ນາງ Katherine Ashton ກໍ່​ແບ່ງປັນ​ທັດສະນະ​ການ​ກະທຳ​​ໂດຍທວງ​ເອົາ​ອະທິປະ​ໄຕ​ຕາມ​ “​ເສັ້ນ​ລີ້ນ​ງົວ” ຜິດ​ກົດໝາຍ, ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ ຈີນ ​ແມ່ນ​ສາຍ​ເຫດ​ຕົ້ນຕໍ ​ແລະ ​ໃຫຍ່​ຫຼວງ​ທີ່​ສຸດ​ນາບ​ຂູ່​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ​ປອດ​ໄພ, ການ​ເສລີ​ໃນ​ການ​ເດີ​ນທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃນ​ພາກ​ພື້ນ.

​​


ຂ່າວ/ບົດ​ອື່ນ