ສະຫະສະມາຄົມອຸດສາຫະກຳເຢຍລະມັນກ່າວເຕືອນອາເມລິກາພວມກໍ່ຄວາມເສຍຫາຍກ່ຽວກັບຂໍ້ຕົກລົງຈັດວາງພາສີ

(VOVWORLD) -ວັນທີ  21 ກໍລະກົດ, ສະຫະສະມາຄົມບັນດາຂະແໜງອຸດສາຫະກຳເຢຍລະມັນ ກ່າວເຕືອນວ່າ, ອາເມລິກາ ພວມຢືນຢູ່ຕໍ່ໜ້າໄພຖືກຜົນສະທ້ອນຢ່າງໜັກໜ່ວງຈາກການນາບຂູ່ຫວ່າງມໍ່ໆມານີ້ຂອງທ່ານປະທານາທິບໍດີອາເມລິກາ Donald Trump ສຳລັບເອີລົບ.

ສະຫະສະມາຄົມອຸດສາຫະກຳເຢຍລະມັນກ່າວເຕືອນອາເມລິກາພວມກໍ່ຄວາມເສຍຫາຍກ່ຽວກັບຂໍ້ຕົກລົງຈັດວາງພາສີ - ảnh 1 ທ່ານປະທານສະຫະສະມາຄົມອຸດສາຫະກຳເຢຍລະມັນ (BDI) Dieter Kempf

(ພາບປະກອບ: AFP/TTXVN)

ຕາມທ່ານປະທານສະຫະສະມາຄົມອຸດສາຫະກຳເຢຍລະມັນ (BDI) Dieter Kempf ແລ້ວ, ພື້ນຖານອຸດສາຫະກຳຜະລິດລົດໂອໂຕຂອງເຢຍລະມັນ ໄດ້ຮັບຄົນງານຢູ່ອາເມລິກາກວ່າ 118.000 ຄົນ ແລະ 60% ຈຳນວນຜະລິດຕະພັນທີ່ເຂົາເຈົ້າຜະລິດອອກລ້ວນແຕ່ສົ່ງອອກຈາກອາເມລິກາ ໄປຍັງຫຼາຍປະເທດອື່ນ. ຄຳກ່າວເຕືອນດັ່ງກ່າວໄດ້ຍົກອອກມາຕໍ່ໜ້າການເຈລະຈາດ້ານການຄ້າລະຫວ່າງທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker ກັບທ່ານປະທານາທິບໍດີອາເມລິກາ Donald Trump, ຄາດວ່າຈະດຳເນີນໃນວັນທີ 25 ກໍລະກົດ ຈະມາເຖິງຢູ່ວໍຊິງຕັນ.

        ທ່ານປະທານ BDI, Dieter Kempf ກໍ່ເນັ້ນໜັກວ່າ, ທີ່ການພົບປະສຳຄັນນີ້, ທ່ານປະທານ EC ຄວນເຮັດແຈ້ງກັບທ່ານປະທານາທິບໍດີ Trump ວ່າ, ອາເມລິກາ ຈະກໍ່ຄວາມເສຍຫາຍ ດ້ວຍເລື່ອງຈັດວາງອັດຕາພາສີນຳເຂົ້າລົດໂອໂຕ ແລະ ເຄື່ອງອາໄຫຼ່ລົດໂອໂຕ.

ຕອບກັບ

ຂ່າວ/ບົດ​ອື່ນ